ກໍລະນີຕິດໄວຣັດZikaຢູ່ສິງກະໂປສືບຕໍ່ເພີ່ມຂຶ້ນ

ກໍລະນີຕິດໄວຣັດZikaຢູ່ສິງກະໂປສືບຕໍ່ເພີ່ມຂຶ້ນ - ảnh 1
ພາລະກອນຊິດຢາຂ້າຍຸງຢູ່ ສິງກະໂປ
(ພາບ: AFP/TTXVN)

(vovworld) – ຕອນ​ຄຳ່​ວັນ​ທີ 2/9, ກະຊວງ​ສາທາລະນະ​ສຸກ (MOH) ​ແລະ ອົງການ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ (NEA) ສິງກະ​ໂປ ​ໄດ້​ອອກ​ແຈ້ງ​ການ​ຮ່ວມ​ຢັ້ງຢືນ​ມີ 38 ກໍລະນີ​ຕິດ​ໄວ​ຣັດ Zika ​ໃໝ່​ຍ້ອນ​ຖືກ​ຕິດ​ແປດ​ທາງ​ນຳ້, ຍົກ​ຍອດ​ຈຳນວນ​ຜູ້​ຕິດ​​ໄວ​ຣັດ ນີ້​ເພີ່ມ​ຂຶ້ນ 189 ຄົນ. MOH ​ໃຫ້​ຮູ້​ວ່າ: ​ໃນ​ຈຳນວນ​ກໍ​ລະ​ນີຕິ​ດ​ເຊື້ອ​​ໃໝ່​ດັ່ງກ່າວ, ມີ 34 ກໍລະນີ​ກ່ຽວຂ້ອງ​ເຖິງ​ກຸ່ມ​ເຂດ Aljunied/Sims Drive/Kallang/Paya Lebar, ​ໃນ​ຂະນະ​ນັ້ນ, 4 ກໍລະນີ​ບໍ່​ກ່ຽວຂ້ອງ​ເຖິງ​ບັນດາ​ເຂດ​ພວມ​ຖືກ​ແຜ່​ລາມ. ​ເຂດ Aljunied ​ແມ່ນ​ບ່ອນ​ພົບ​ເຫັນ​ກໍລະນີທຳ​ອິດ​ຕິດ​ໄວຣັດ Zika. ​ແຈ້ງ​ການ​ຮ່ວມ​ໄດ້​​ເນັ້ນ​ໜັກ​ເລື່ອງ​ຄວບ​ຄຸມ​ຍຸງ Aedes, ​ເຊິ່ງ​ແມ່ນ​ເປັນກາງ​ແຜ່​ໄວຣັດ ຍັງ​ແມ່ນ​ປັດ​ໄຈ​ຕົ້ນຕໍ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ແຜ່​ລາມ​ຂອງ​​ໄວ​ຣັດນີ້. ບັນດາ​ອົງການ​ລັດຖະບານ​ກະຕຸກ​ຊຸກຍູ້​ປະຊາຊົນ​ປະຕິບັດ​ບັນດາ​ມາດຕະການ​ຄວບ​ຄຸມ​ຍຸງ, ຊອກ​ຫາ​ວິທີ​ດັບ​ສູນ​ກໍ່​ຄື​ສະກັດ​ກັ້ນ​ການ​​ແຜ່​ພັນ​ຂອງ​ຍຸງໃນ​ເຮືອນ.


ຂ່າວ/ບົດ​ອື່ນ