ກິລາ ຫວຽດນາມ ສູ້ຊົນໃຫ້ຍາດໄດ້ຫຼຽນຄຳ 3 ຫຼຽນຢູ່ ASIAD 18

(VOVWORLD) - ກິລາ ຫວຽດນາມ ພວມສຸມໃສ່ທຸກແຫຼ່ງກຳລັງເພື່ອກະກຽມໃຫ້ງານມະຫາກຳກິລາ ອາຊີ ຄັ້ງທີ 18 (Asiad 18) ໄດ້ຈັດຕັ້ງຢູ່ ອິນໂດເນເຊຍ ແຕ່ວັນທີ 18 ສິງຫາ - 02 ກັນຍາ 2018.

ຄະນະນັກກິລາ ຫວຽດນາມ ຈະສູ້ຊົນຍາດໃຫ້ໄດ້ຫຼຽນຄຳ 3 ຫຼຽນຢູ່ Asiad 18. ພ້ອມກັນນັ້ນ ທິມບານເຕະຊາຍ ກໍ່ຕ້ອງມີການກະກຽມໃຫ້ດີທີ່ສຸດ ເພື່ອຍາດໄດ້ຫຼຽນ ຢູ່ການແຂ່ງຂັນຊິງຊະນະເລີດບານເຕະອາຊີຕາເວັນອອກສ່ຽງໃຕ້ 2018 (AFF cup 2018) ໃນທ້າຍປີນີ້. ນັ້ນແມ່ນຄຳຮຽກຮ້ອງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນງອັກທ້ຽນ ທີ່ກອງປະຊຸມສະຫລຸບ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2018 ຂອງກົມໃຫຍ່ກິລາກາຍະກຳເຊິ່ງດຳເນີນໃນຕອນບ່າຍວັນທີ 05 ກໍລະກົດ ຢູ່ຮ່າໂນຍ. ທ່ານລັດຖະມົນຕີ ຫງວຽນງອັກທ້ຽນ ກໍ່ສະເໜີກົມໃຫຍ່ກາຍຍະກິລາກາຍະກຳປັບປຸງມະຕິຂໍ້ກຳນົດລະອຽດຂອງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍກິລາກາຍະກຳ ແລະ ຮ່າງດຳລັດຂອງລັດຖະບານກຳນົດບາງລະບອບສຳລັບຄູຝຶກ, ນັກກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ