ກວດຄືນພິທີສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາດເປັນເອກະພາບຢູ່ນະຄອນໂຮ່ຈີມິນ

ກວດຄືນພິທີສະເຫຼີມສະຫຼອງ40ປີແຫ່ງວັນປົດປ່ອຍພາກໃຕ້,ໂຮມປະເທດຊາດເປັນເອກະພາບຢູ່ນະຄອນໂຮ່ຈີມິນ - ảnh 1
ການ​ສວນ​ສະຫນາມ ທີ່​ງານໂຮມ​ຊຸມນຸມ
(ພາບ: doisongphapluat.com)

(vovworld) - ຕອນ​ເຊົ້າ​ວັນ​ທີ 26/4, ຄະນະ​ຈັດ​ຕັ້ງ​ລະດັບ​ຊາດ​ສະ​ເຫຼີ​ມສະຫຼອງ​ບັນດາ​ວັນ​ບຸນ​ໃຫຍ່​ໃນ​ປີ 2014-2015 ​ໄດ້​ຈັດ​ຕັ້ງ​ການ​ກວດຄືນ​ງານ​ໂຮມ​ຊຸມນຸມ, ການ​ສວນ​ສະຫນາມ, ​ເດີນ​ຂະ​ບວນສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້,​ ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ຕາມ​ນັ້ນ​ແລ້ວ, ງານ​ໂຮມ​ຊຸມນຸມ, ການ​ສວນ​ສະຫນາມ, ​ເດີນ​ຂະ​ບວນຈະ​ຖືກ​ຈັດ​ຕັ້ງ​ຢູ່​ເຂດ​ສະໜາມ​ຫຼວງ​ທົ໋ງ​ເຍິດ, ​ໃນ​ເມືອງ 1 ນະຄອນ​ໂຮ່ຈີ​ມິນ.

        ພາຍຫຼັງນກວດຄືນ​ງານ​ໂຮມ​ຊຸມນຸມ, ການ​ສວນ​ສະຫນາມ, ​ເດີນ​ຂະ​ບວນ, ບັນດາ​ສະມາຊິກ​ຂອງ​​ຄະນະ​ຈັດ​ຕັ້ງ​ລະດັບ​ຊາດ​ສະ​ເຫຼີ​ມສະຫຼອງ​ບັນດາ​ວັນ​ບຸນ​ໃຫຍ່​ໃນ​ປີ 2014-2015, ຈັດ​ຕັ້ງ​ການ​ປະຊຸມ​ທອດ​ຖອນ​ບົດຮຽນ, ຜ່ານ​ນັ້ນ​ກະກຽມ​ໃຫ້​ງານ​ໂຮມ​ຊຸມນຸມ, ການ​ສວນ​ສະຫນາມ, ​ເດີນ​ຂະ​ບວນໄດ້​ຮັບ​ການຈັດ​ຕັ້ງ​​ຢ່າງ​ເປັນ​ທາງ​ການໃນ​ເວລາ 6 ​ໂມງ 30 ນາທີວັນ​ທີ 30/4 ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ