ກວ່າ 1300 ຄົນເຂົ້າຮ່ວມການແຂ່ງຂັນແລ່ນເພື່ອສັນຕິພາບຄັ້ງທີ 42 ຂອງໜັງສືພິມ ຮ່າໂນ້ຍໃໝ່


ກວ່າ 1300 ຄົນເຂົ້າຮ່ວມການແຂ່ງຂັນແລ່ນເພື່ອສັນຕິພາບຄັ້ງທີ 42 ຂອງໜັງສືພິມ ຮ່າໂນ້ຍໃໝ່ - ảnh 1
ການແຂ່ງຂັນແລ່ນເພື່ອສັນຕິພາບຄັ້ງທີ 42 ຂອງໜັງສືພິມ ຮ່າໂນ້ຍໃໝ່

(vovworld)- ຕອນ​ເຊົ້າ​ວັນ​ທີ 4/10, ຮອບ​ຊະ​ນະ​ເລີດການ​ແຂ່ງ​ຂັນ​ແລ່ນ​ເພື່ອ​ສັນ​ຕິ​ພາບ​ຄັ້ງ​ທີ 42 ຂອງ​ໜັງ​ສື​ພິມ ຮ່າ​ໂນ້ຍ​ໃໝ່ ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ກິ​ລາ​ຈຸດ​ສຸມ​ຂອງ​ນະ​ຄອນ​ຮ່າ​ໂນ້ຍ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ເຫດ​ການ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ຊາດ, 61 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ 16 ປີ​ແຫ່ງວັນ​ຮ່າ​ໂນ້ຍ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ອົງ​ການ UNESCO ວ່າ ແມ່ນ​ນະ​ຄອນ​ເພື່ອ​ສັນ​ຕິ​ພາບ. ເຂົ້າ​ຮ່ວມຮອບ​ຊະ​ນະ​ເລີດການ​ແຂ່ງ​ຂັນ​ແລ່ນ​ເພື່ອ​ສັນ​ຕິ​ພາບ​ຄັ້ງ​ທີ 42 ຂອງ​ໜັງ​ສື​ພິມ ຮ່າ​ໂນ້ຍ​ໃໝ່ນີ້, ມີ​ນັກ​ກິ​ລາ 1.300 ຄົນ​ເຂົາ​ຮ່ວມ, ພິ​ເສດມ​ີ​ນັກ​ກິ​ລາ​ຊາວ​ຕ່າງ​ປະ​ເທດ 300 ຄົນ​ທີ່​ເປັນ​ພະ​ນັກ​ງານ, ພາ​ລະ​ກອນສະ​ຖານ​ທູດປະ​ເທດ​ຕ່າງໆ, ອົງ​ການ​ສາ​ກົນ​ທີ່​ພວມດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ.  ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ແລັດ​ສ​ຕິ​ນ​ປະ​ຈຳ​ຫວຽດ​ນາມ , ຜູ້​ເຂົ້າ​ຮ່ວມ​ການ​ແລ່ນໃຫ້​ຮູ້​ວ່າ :

    “ ມື້ນີ້, ໃນ​ບັນ​ຍາ​ກາດ​ທີ່​ຟົດ​ຟື້ນ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ​ທີ່​ສວຍ​ງາມ, ຂ້າ​ພະ​ເຈົ້າ ແລະ ຊ​າວ​ຕ່າງ​ປະ​ເທດຫຼາຍ​ຄົນ​ໄດ້​ເຂົ້າ​ຮ່ວມໃນ​ການ​ແຂ່ງ​ຂັນ​ແລ່ນ​ເພື່ອ​ສັນ​ຕິ​ພາບ​ຄັ້ງ​ທີ 42 ຂອງ​ໜັງ​ສື​ພິມ ຮ່າ​ໂນ້ຍ​ໃໝ່. ນີ້​ແມ່ນ​ຄວາມ​ເປັນ​ກຽດ ແລະ ມີ​ຄວາມ​ໝາຍ​ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ຊາວ​ຕ່າງ​ປະ​ເທດ​ຫລາຍ​ຄົນທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ. ການ​ແຂ່ງ​ຂັນ​ແລ່ນ​ເພື່ອ​ສັນ​ຕິ​ພາບ​ຄັ້ງ​ທີ 42 ຂອງ​ໜັງ​ສື​ພິມ ຮ່າ​ໂນ້ຍ​ໃໝ່ ແມ່ນ​ສານ​ທີ່ຈະ​ແຈ້ງຂອງ​ຊາວ​ຮ່າ​ໂນ້ຍ ທີ່​ສົ່ງ​ເຖິງ​ປະ​ຊາ​ຊົນ​ໂລກ​ກ່ຽວ​ກັບ​ຄວາມ​ຫວັງ​ມີ​ສັນ​ຕິ​ພາບ​ຂອງ​ຊາວ​ຫວຽດ​ນາມ ”

ຂ່າວ/ບົດ​ອື່ນ