ກ່​ວາ 5800 ຄົນເສຍ​ຊີ​ວິດຍ້ອນ​ໂລກ​ລະ​ບາດ Covid-19

(VOVWORLD) - ໄລ່ຮອດວັນທີ 15 ມີນາ, ໂລກລະບາດ Covid-19 ໄດ້ປະກົດມີຢູ່ 151 ປະເທດ ແລະ ເຂດແຄ້ວນ, ເຮັດໃຫ້ມີຜູ້ຕິດເຊື້ອພະຍາດກ່ວາ 156.000 ຄົນ ແລະ 5821 ຄົນເສຍຊີວິດ. ໃນ 24 ຊົ່ວໂມງຜ່ານມາ, ຢູ່ໃນໂລກມີຜູ້ເສຍຊີວິດຕື່ມອີກ 392 ຄົນ, ສ່ວນຫຼາຍແມ່ນຢູ່ອີຣານ ແລະ ອີຕາລີ.

ອີຕລີ: ມີຜູ້ເສຍຊີວິດໃໝ່ 175 ຄົນ, ອັນໄດ້ຍົກຈຳນວນຜູ້ເສຍຊີວິດທັງໝົດຍ້ອນໂລກລະບາດ Covid-19 ຢູ່ປະເທດນີ້ຂຶ້ນເຖິງ 1440 ກ່ວາຄົນ, ຜູ້ຕິດເຊື້ອທັງໝົດແມ່ນ 21.100 ຄົນ.

ແອດສະປາຍ: ກາຍເປັນປະເທດທີ່ 2 ຢູ່ເອີລົບ ມີຜູ້ຕິດເຊື້ອພະຍາດດ້ວຍ 6400 ຄົນ

ຝລັ່ງ: ຈຳນວນຜູ້ຕິດເຊື້ອພະຍາດແມ່ນ 4500 ຄົນ ແລະ ມີ 91 ຄົນເສຍຊີວິດ.

ອັງກິດ: ວັນທີ 14 ມີນາ, ມີຜູ້ເສຍຊີວິດ ແລະ ຕິດພະຍາດ Covid-19 ສູງທີ່ສຸດໃນເວລາ 1 ວັນ ນັບແຕ່ຈຸດເວລາເກີດໂລກລະບາດ ຂະນະທີ່ມີຜູ້ເສຍຊີວິດ 10 ຄົນ ແລະ ຜູ້ຕິດເຊື້ອພະຍາດຕື່ມອີກ 350 ຄົນ. ປະຈຸບັນ, ປະເທດນີ້ມີຜູ້ຕິດເຊື້ອພະຍາດທັງໝົດ 1140 ຄົນ ແລະ ມີ 21 ຄົນເສຍຊີວິດແລ້ວ.

   ໜ້າເອົາໃຈໃສ່ແມ່ນ, ໂລກລະບາດມີສັນຍານແຜ່ລາມຢູ່ ອາຟຣິກາ, ປະຈຸບັນ, ມີ 19 ປະເທດ ອາຟຣິກາ ໄດ້ກວດພົບຜູ້ຕິດເຊື້ອພະຍາດ Covid-19  ແລ້ວ.

   ການນຳປະເທດຕ່າງໆ, ບັນດານັກການເມືອງກໍ່ຖືກຜົນກະທົບຈາກໂລກລະບາດດັ່ງກ່າວ ຊື່ງລວມມີ: ລັດຖະມົນຕີກະຊວງຄົມມະນາຄົມ Indonesia, ຮອງປະທານາທິບໍດີອີຣານ, ລັດຖະມົນຕີກະຊວງມໍລະດົກ ວັດທະນະທຳ ແລະ ການທ່ອງທ່ຽວ, ລັດຖະມົນຕີກະຊວງອຸດສາຫະກຳ, ຂຸດຄົ້ນບໍ່ແຫ່ ແລະ ວິສາຫະກິດອີຣານ, ລັດຖະມົນຕີກະຊວງສະເໝີພາບແອດສະປາຍ, ລັດຖະມົນຕີກະຊວງວັດທະນະທຳຝລັງ…..


ຕອບກັບ

ຂ່າວ/ບົດ​ອື່ນ