ກ່ວາ 94.000 ຄົນເຂົ້າຮ່ວມອາທິດທີ 6 ຂອງການແຂ່ງຂັນຊອກຮູ້ກ່ຽວກັບປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ

(VOVWORLD) - ຈຳນວນຜູ້ເຂົ້າຮ່ວມການແຂ່ງຂັນຖືສັນຊາດ ຫວຽດນາມ ແມ່ນກ່ວາ 94.000 ຄົນ, ສ່ວນຍັງເຫຼືອແມ່ນຄົນຖືສັນຊາດ ລາວ ແລະ ສັນຊາດອື່ນໆ.

ຄະນະຈັດຕັ້ງການແຂ່ງຂັນ “ຊອກຮູ້ປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ” ປີ 2022 ໃຫ້ຮູ້ວ່າ: ໃນອາທິດແຂ່ງຂັນທີ 6 (ເລີ່ມແຕ່ 16 ໂມງວັນທີ 18 ກໍລະກົດ 2022 ຮອດເວລາ 15 ໂມງຂອງວັນທີ 25 ກໍລະກົດ 2022), ມີຜູ້ເຂົ້າຮ່ວມການແຂ່ງຂັນກ່ວາ 94.000 ຄົນດ້ວຍ 267.700 ເທື່ອ, ໃນນັ້ນມີຜູ້ຕອບຖືກ 10 ຄຳຖາມແມ່ນ 35.573 ຄົນ. ຈຳນວນຜູ້ເຂົ້າຮ່ວມການແຂ່ງຂັນຖືສັນຊາດ ຫວຽດນາມ ແມ່ນກ່ວາ 94.000 ຄົນ, ສ່ວນຍັງເຫຼືອແມ່ນຄົນຖືສັນຊາດ ລາວ ແລະ ສັນຊາດອື່ນໆ. ບັນດາແຂວງ, ນະຄອນນຳໜ້າໃນທົ່ວປະເທດກ່ຽວກັບຈຳນວນຜູ້ເຂົ້າຮ່ວມການແຂ່ງຂັນຖືກຈັດຕາມລຳດັບຄື: ເງະອານ, ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ຮ່າຕິ້ງ, ເກີ່ນເທີ, ກ໋ວາງນີງ, ຮ່ານາມ, ອຽນບ໊າຍ, ກ໋ວາງນິງ, ບັກຢາງ…

        ການແຂ່ງຂັນໄດ້ຮັບການຈັດຂຶ້ນຕາມຮູບແບບປາລະໄນແບບທາງໄກແຕ່ລະອາທິດໃນສື່ເອເລັກໂຕນິກພັກກອມມູນິດ ຫວຽດນາມ, ສື່ສັງຄົມ VCNet ແລະ ບັນດາອົງການສື່ສານສົມທົບກັນຈັດຂຶ້ນໃນເວລາ 12 ອາທິດ, ແຕ່ວັນທີ 13 ມິຖຸນາ 2022 ຮອດວັນທີ 5 ກັນຍາ 2022. ອາທິດແຂ່ງຂັນທີ 7 ຖືກດຳເນີນແຕ່ເວລາ 16 ໂມງວັນທີ 25 ກໍລະກົດ ຮອດ 15 ໂມງວັນທີ 1 ສິງຫາ 2022. Link ເຂົ້າຮ່ວມການແຂ່ງຂັນທີ່: vietlao.dangcongsan.vn.

ຕອບກັບ

ຂ່າວ/ບົດ​ອື່ນ