ກວາງ​ຈ​ິ ກະ​ກຽມ​ວັນ​ບຸນ​ວັດ​ທະ​ນະ​ທຳ - ອາ​ຫານ​ການ​ກິນ ຫວຽດ​ນາມ ປີ 2023

(VOVWORLD) -ວັນບຸນເພື່ອແນໃສ່ຍ້ອງຍໍສັນລະເສີນຄວາມເປັນຫຼາຍຮູບແບບ, ສິ່ງທີ່ພົ້ນເດັ່ນຂອງອາຫານ ຫວຽດນາມ ເວົ້າລວມ ແລະ ອາຫານພາກກາງ ເວົ້າສະເພາະ.
ກວາງ​ຈ​ິ ກະ​ກຽມ​ວັນ​ບຸນ​ວັດ​ທະ​ນະ​ທຳ - ອາ​ຫານ​ການ​ກິນ ຫວຽດ​ນາມ ປີ 2023 - ảnh 1ກວາງຈິ ກະກຽມວັນບຸນວັດທະນະທຳ - ອາຫານການກິນ ຫວຽດນາມ ປີ 2023 (ພາບ: VOV)

ວັນບຸນວັດທະນະທຳ - ອາຫານການກິນ ຫວຽດນາມ ປີ 2023 ຄາດວ່າຈະຈັດຂຶ້ນເນື່ອງໃນໂອກາດວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ) ແລະ ວັນກຳມະກອນສາກົນ (1 ພຶດສະພາ) ຢູ່ເທດສະບານ ເກືອວຽດ, ເມືອງ ຢໍລິງ, ແຂວງ ກວາງຈິ. ວັນບຸນເພື່ອແນໃສ່ຍ້ອງຍໍສັນລະເສີນຄວາມເປັນຫຼາຍຮູບແບບ, ສິ່ງທີ່ພົ້ນເດັ່ນຂອງອາຫານ ຫວຽດນາມ ເວົ້າລວມ ແລະ ອາຫານພາກກາງ ເວົ້າສະເພາະ.

ດ້ວຍຫົວຂໍ້ “ຈິດໃຈແຫ່ງຊາດ - ລົດຊາດແຫ່ງບ້ານເກີດເມືອງນອນ”, ວັນບຸນໄດ້ດຶງດູດການເຂົ້າຮ່ວມຂອງຮ້ານວາງສະແດງຂາຍອາຫານ 80 ຮ້ານຂອງ 3 ພາກ, ໃນນັ້ນ ກວາງຈິ ມີ 20 ຮ້ານ. ທ່ານ ເລມິງຕວັນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກວາງຈິ ໃຫ້ຮູ້ວ່າ:

ປັດຈຸບັນ, ພວກຂ້າພະເຈົ້າໄດ້ສຸມໃສ່ເລືອກເອົາເຍື່ອງອາຫານທີ່ເປັນເອກະລັກສະເພາະ, ມີຄວາມດຶງດູດໃຈຂອງແຂວງກວາງຈິ ເພື່ອເຂົ້າຮ່ວມວັນບຸນ. ພວກຂ້າພະເຈົ້າກໍ່ສົມທົບກັບບັນດາອົງການສູນກາງ, ທ້ອງຖິ່ນ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ປ້ອງກັນ ຕ້ານອັກຄີໄພ, ມີຄວາມປອດໄພສຸຂະອະນາໄມດ້ານອາຫານ, ປົກປັກຮັກສາສິ່ງແວດລ້ອມສີຂຽວ, ສະອາດ, ສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ