ກວາງຈີ້: ເຊື່ອມຕໍ່ຂຸດຄົ້ນຄຸນຄ່າຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ

(VOVWORLD) -ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການກຳນົດທິດຍຸດທະສາດຂອງຂະແໜງທ່ອງທ່ຽວຫວຽດນາມ ແລະ ບັນດາບັນຫາທີ່ວາງອອກສຳລັບຂະແໜງທ່ອງທ່ຽວແຂວງ ກວາງຈີ້; ຕີລາຄາບັນດາຄຸນຄ່າຄວາມສາມາດບົ່ມຊ້ອນ ແລະ ບັນດາທ່າແຮງແກ່ງແຍ້ງຂອງທ່ອງທ່ຽວ
ກວາງຈີ້: ເຊື່ອມຕໍ່ຂຸດຄົ້ນຄຸນຄ່າຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ - ảnh 1(ກອງປະຊຸມຮ່ວມມືພັດທະນາການທ່ອງທ່ຽວແຂວງ ກວາງຈີ້)

ຕອນບ່າຍວັນທີ 02 ພຶດສະພາ, ຄະນະກຳມະການປະຊາຊົນແຂວງ ກວາງຈີ້ ໄດ້ຈັດກອງປະຊຸມຮ່ວມມືພັດທະນາການທ່ອງທ່ຽວດ້ວຍຫົວຂໍ້ “ທ່ອງທ່ຽວແຂວງ ກວາງຈີ້ - ເຊື່ອມຕໍ່ຂຸດຄົ້ນຄຸນຄ່າຄວາມສາມາດບົ່ມຊ້ອນ”. ນີ້ແມ່ນເຫດການເພື່ອແນໃສ່ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງ, ການກຳນົດທິດພັດທະນາການທ່ອງທ່ຽວຂອງແຂວງ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການກຳນົດທິດຍຸດທະສາດຂອງຂະແໜງທ່ອງທ່ຽວຫວຽດນາມ ແລະ ບັນດາບັນຫາທີ່ວາງອອກສຳລັບຂະແໜງທ່ອງທ່ຽວແຂວງ ກວາງຈີ້; ຕີລາຄາບັນດາຄຸນຄ່າຄວາມສາມາດບົ່ມຊ້ອນ ແລະ ບັນດາທ່າແຮງແກ່ງແຍ້ງຂອງທ່ອງທ່ຽວ; ປຶກສາຫາລືມາດຕະການເພີ່ມທະວີການດຶງດູດການລົງທຶນ ກໍ່ຄືມາດຕະການແກ້ໄຂການພັດທະນາການທ່ອງທ່ຽວໃນສະພາບເປັນປົກກະຕິໃໝ່ຂອງ ກວາງຈີ້… ທ່ານ ຫງວຽນຈຸ່ງແຄ໊ງ, ຫົວໜ້າກົມໃຫຍ່ທ່ອງທ່ຽວຖືວ່າ,  ກວາງຈີ້ ຄວນນຳໃຊ້ບັນດາ.

        “ການເຊື່ອມຕໍ່ຢ່າງແໜ້ນແຟ້ນລະຫວ່າງ 3 ທ້ອງຖິ່ນຄື ເທື່ອທຽນເຫ້ວ - ກວາງບິ່ງ - ກວາງຈີ້ ຈະປະກອບສ່ວນກຳນົດທິດດຶງດູດແຂກທ່ອງທ່ຽວ. ທາງແຂວງຄວນມີແຜນການດຶງດູດການລົງທຶນ, ພັດທະນາ ເພື່ອສ້າງບັນດາເຂດພັກຜ່ອນບຳລຸງສຸຂະພາບ, ການບໍລິການເພີ່ມເຕີ່ມ, ເຂດລະຫຼີ້ນ ສ້າງເປັນຈຸດພົ້ນເດັ່ນ, ກຳລັງໜູນເພື່ອພັດທະນາ. ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ນັກທ່ອງທ່ຽວມາຢ້ຽມຢາມບັນດາເຂດທ່ອງທ່ຽວພົ້ນເດັ່ນ”.

ຕອບກັບ

ຂ່າວ/ບົດ​ອື່ນ