ກວາງນິງ: ມີກ່ຳປັ່ນທ່ອງທ່ຽວຕື່ມອີກ 34 ລຳໃນອ່າວຫະລອງ ໄດ້ຮັບໃບຢັ້ງຢືນ ແລະ logo “ເຮືອໃບຂຽວ”

(VOVWORLD) -ຕອນບ່າຍວັນທີ 27 ທັນວາ, ຢູ່ທ່າກ່ຳປັ່ນແຂກສາກົນ ຕວນເຈົາ, ແຂວງກວາງນິງ, ມີກ່ຳປັ່ນທ່ອງທ່ຽວ 34 ລຳຂອງວິສາຫະກິດ 6 ແຫ່ງໄດ້ຮັບໃບຢັ້ງຢືນ ແລະ logo “ເຮືອໃບຂຽວ” 2018 ຄັ້ງທີ 2.

ກວາງນິງ: ມີກ່ຳປັ່ນທ່ອງທ່ຽວຕື່ມອີກ 34 ລຳໃນອ່າວຫະລອງ ໄດ້ຮັບໃບຢັ້ງຢືນ ແລະ logo “ເຮືອໃບຂຽວ” - ảnh 1ມີກ່ຳປັ່ນທ່ອງທ່ຽວຕື່ມອີກ 34 ລຳໃນອ່າວຫະລອງ ໄດ້ຮັບໃບຢັ້ງຢືນ ແລະ logo “ເຮືອໃບຂຽວ”

(ພາບ: baoquangninh.com.vn)

ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດໂຄງການຊຸກຍູ້ການເຕີບໂຕຂຽວຢູ່ອ່າວຫະລອງ ໂດຍອົງການຮ່ວມມືສາກົນຍີ່ປຸ່ນ (JICA) ອຸປະຖຳ.

        “ເຮືອໃບຂຽວ” ແມ່ນເຄື່ອງໝາຍຢັ້ງຢືນໃຫ້ບັນດາກ່ຳປັ່ນທ່ອງທ່ຽວທີ່ເຄື່ອນໄຫວໃນອ່າວຫະລອງ ບັນລຸມາດຕະຖານກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ມີໜ້າທີ່ຮັບຜິດຊອບຕໍ່ສັງຄົມ. ເຊິ່ງແມ່ນໜຶ່ງໃນບັນດາຫົວໜ່ວຍວິສາຫະກິດໄດ້ຮັບໃບຢັ້ງຢືນ “ເຮືອໃບຂຽວ”, ທ່ານ ຫງວຽນງອັກກວາງ, ຫົວໜ້າຄຸ້ມຄອງບໍລິສັດເຮືອທ່ອງທ່ຽວ (yacht) 5 ດາວ ຮົ່ງຟອງ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າພວມດຳເນີນທຸລະກິດ ແລະ ໄດ້ຮັບຜົນປະໂຫຍດຈາກມໍລະດົກໂລກອ່າວ ຫະລອງ, ເຮົາຕ້ອງມີໜ້າທີ່ຮັບຜິດຊອບ. ແຕ່ກ່ອນພວກຂ້າພະເຈົ້າພຽງແຕ່ເຮັດວຽກງ່າຍໆນັ້ນແມ່ນໂຄສະນາບໍ່ຖິ້ມຂີ້ເຫຍື່ອລົງອ່າວເທົ່ານັ້ນ. ມາຮອດຈຸດເວລານີ້, ນອກຈາກບໍ່ຖິ້ມຂີ້ເຫຍື່ອລົງອ່າວແລ້ວ, ພວກເຮົາຍັງຈັດແບ່ງປະເພດຂີ້ເຫຍື່ອ ແລະ ນຳໃຊ້ບັນດາຜະລິດຕະພັນເປັນມິດກັບສິ່ງແວດລ້ອມຢູ່ເທິງກ່ຳປັ່ນອີກດ້ວຍ”.

ຕອບກັບ

ຂ່າວ/ບົດ​ອື່ນ