ກວາງນິງ ເພີ່ມລະດັບຄວາມໄວເພື່ອດຶງດູດທຶນ FDI ນັບແຕ່ຕົ້ນປີ

(VOVWORLD) - ຄະນະຄຸ້ມຄອງເຂດເສດຖະກິດແຂວງ ກວາງນິງ ຄາດວ່າ ຈະບັນລຸໄດ້ຄາດໝາຍ 1 ຕື້ USD ໃນໄຕມາດທີ 1 ປີ 2024.
ກວາງນິງ ເພີ່ມລະດັບຄວາມໄວເພື່ອດຶງດູດທຶນ FDI ນັບແຕ່ຕົ້ນປີ - ảnh 1(ຄະນະຄຸ້ມຄອງເຂດເສດຖະກິດແຂວງ ກວາງນິງ ຫາກໍ່ມອບໃບຢັ້ງຢືນການລົງທຶນ)

        ຄະນະຄຸ້ມຄອງເຂດເສດຖະກິດແຂວງ ກວາງນິງ ຫາກໍ່ມອບໃບຢັ້ງຢືນການລົງທຶນໃຫ້ບໍລິສັດ Gokin Solar (ຮົ່ງກົງ, ຈີນ) ແລະ ບໍລິສັດ IKO Thompson Vietnam ຈຳກັດ, ເພື່ອຜັນຂະຫຍາຍ 2 ໂຄງການລົງທຶນທີ່ມີຍອດຈຳນວນເງິນລົງທຶນກວ່າ 330 ລ້ານ USD ໃນບໍລິເວນແຂວງ. ສະນັ້ນ, ນັບແຕ່ຕົ້ນປີ 2024 ມາຮອດປະຈຸບັນ, ແຂວງ ກວາງນິງ ໄດ້ດຶງດູດ 8 ໂຄງການທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຕື່ມອີກ, ດ້ວຍຍອດເງິນລົງທຶນ 478 ລ້ານ USD. ບັນດາໂຄງການດັ່ງກ່າວຂຶ້ນກັບຂົງເຂດອຸດສາຫະກຳປຸງແຕ່ງ - ຜະລິດ. ນີ້ແມ່ນສັນຍານຕັ້ງໜ້າ ເພື່ອໃຫ້ແຂວງ ກວາງນິງ ບັນລຸຄາດໝາຍດຶງດູດເງິນລົງທຶນ FDI ຢ່າງໜ້ອຍສຸດແມ່ນ 3 ຕື້ USD ໃນປີ 2024.

        ຄະນະຄຸ້ມຄອງເຂດເສດຖະກິດແຂວງ ກວາງນິງ ຄາດວ່າ ຈະບັນລຸໄດ້ຄາດໝາຍ 1 ຕື້ USD ໃນໄຕມາດທີ 1 ປີ 2024. ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ, ທ່ານ ກາວເຕື່ອງຮຸຍ, ປະທານຄະນະກຳມະການປະຊາຊົນແຂວງ ກວາງນິງ, ໄດ້ເນັ້ນໜັກເຖິງບັນດາມາດຕະການແກ້ໄຂຕົ້ນຕໍ, ຄື:

        “ຕ້ອງສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດນຳເຂົ້າເຄື່ອນໄຫວ, ເພີ່ມສະມັດຕະພາບ, ປະລິມານຜະລິດຕະພັນ. ພ້ອມທັງ, ຍູ້ແຮງການສ້າງໂຄງປະກອບເຂດອຸດສາຫະກຳຄືນໃໝ່, ພັດທະນາອຸດສາຫະກຳການຜະລິດ - ປຸງແຕ່ງ; ດຶງດູດບັນດານັກລົງທຶນທີ່ມີເຄື່ອງໝາຍການຄ້າທົ່ວໂລກເຂົ້າບັນດາເຂດອຸດສາຫະກຳ, ເສດຖະກິດ, ໂດຍສະເພາະແມ່ນຢູ່ບັນດາເຂດອຸດສາຫະກຳ, ຄື: ບັກຕ່ຽນຟອງ, ຫວຽດຮືງ, ຫາຍຮ່າ…”

ຕອບກັບ

ຂ່າວ/ບົດ​ອື່ນ