ກ໋ວາງນິງ: ໄຂງານບຸນ ແບກດັ່ງ ປີ 2024

(VOVWORLD) - ໂດຍຈັດຂຶ້ນໃນລະຫວ່າງວັນທີ 14 – 17 ເມສາ (ກົງກັບວັນທີ 6 – 9 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ງານບຸນໄດ້ຈັດຕັ້ງປະຈຳປີ, ດ້ວຍພິທີອາໄລຫາສະແດງຄວາມຮູ້ບຸນຄຸນຂອງບັນພະບຸລຸດ, ປູຍາຕາຍາຍ ແລະ ຢັ້ງຢືນຄວາມໝາຍ, ຄຸນຄ່າປະຫວັດສາດຂອງໄຊຊະນະ ແບກດັ່ງ ໃນວິວັດການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ
ກ໋ວາງນິງ: ໄຂງານບຸນ ແບກດັ່ງ ປີ 2024 - ảnh 1ການສະແດງສິລະປະທີ່ພິທີ
(ພາບ: Huyền Chi)

ຕອນຄ່ຳວັນທີ 14 ເມສາ, ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ແບກດັ່ງ, ເທດສະບານ ກ໋ວາງອຽນ (ແຂວງ ກ໋ວາງນິງ), ໄດ້ໄຂງານບຸນ ແບກດັ່ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 1086 ປີ (938 – 2024); 1043 ປີ (981 – 2024) ແລະ 736 ປີ (1288 – 2024) ແຫ່ງໄຊຊະນະ ແບກດັ່ງ. ໂດຍຈັດຂຶ້ນໃນລະຫວ່າງວັນທີ 14 – 17 ເມສາ (ກົງກັບວັນທີ 6 – 9 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ງານບຸນໄດ້ຈັດຕັ້ງປະຈຳປີ, ດ້ວຍພິທີອາໄລຫາສະແດງຄວາມຮູ້ບຸນຄຸນຂອງບັນພະບຸລຸດ, ປູຍາຕາຍາຍ ແລະ ຢັ້ງຢືນຄວາມໝາຍ, ຄຸນຄ່າປະຫວັດສາດຂອງໄຊຊະນະ ແບກດັ່ງ ໃນວິວັດການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ, ປົກປັກຮັກສາປະເທດຊາດ. ທ່ານ ເຈິ່ນດຶກຖັ໋ງ, ປະທານຄະນະກຳມະການປະຊາຊົນ ເທດສະບານ ກ໋ວາງອຽນ, ແຂວງ ກ໋ວາງນິງ, ໃຫ້ຮູ້ວ່າ:

        “ປີກາຍ, ເທດສະບານ ກ໋ວາງອຽນ ໄດ້ສ້າງສຳເນົາເອກະສານເພື່ອນຳປູຊະນີຍະສະຖານລະດັບຊາດ ພິເສດ ແບກດັ່ງ ເຂົ້າສຳເນົາເອກະສານເຂດປູຊະນີຍະສະຖານ ແລະ ເຂດທິວທັດທຳມະຊາດ ອຽນຕື້ - ຫວີງງຽມ - ກົນເຊີນ, ກຽບບາກ ເພື່ອຍືນສະເໜີຕໍ່ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳຂອງ ສປຊ (UNESCO) ຮັບຮອງເປັນມໍລະດົກໂລກ. ປະຈຸບັນ, ເທດສະບານ ກ໋ວາງອຽນ ພວມປັບປຸງການວາງແຜນຜັງລະອຽດ ແລະ ສະເໜີລົງທຶນໄລຍະ II ໂຄງການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າເຂດປູຊະນີຍະສະຖານລະດັບຊາດພິເສດ ໄຊຊະນະ ແບກດັ່ງ ຢ່າງຮີບດ່ວນ ແລະ ພ້ອມນັ້ນ, ນຳເຂດ ປູຊະນີຍະສະຖານລະດັບຊາດພິເສດ ແບກດັ່ງ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂວງ ກ໋ວາງນິງ”.

ຕອບກັບ

ຂ່າວ/ບົດ​ອື່ນ