ກວາງນິງ: ໄຂງານບຸນດອກສະກຸຣະ - ດອກເໝີຍ ອຽນຕື 2019

(VOVWORLD) - ຕອນຄ່ຳວັນທີ 09 ມີນາ, ງານບຸນດອກສະກຸຣະ - ດອກເໝີຍ ອຽນຕື 2019 ດ້ວຍຫົວຂໍ້ວ່າ “ການຮ່ວມມື ແລະ ພັດທະນາ - ຈຸດນັດພົບຂອງຜົນສຳເລັດ” ໄດ້ໄຂຂຶ້ນຢູ່ສູນວັດທະນະທຳ ຈຸກເລີມອຽນຕື (ນະຄອນ ອວງບີ, ແຂວງ ກວາງນິງ). 
ກວາງນິງ: ໄຂງານບຸນດອກສະກຸຣະ - ດອກເໝີຍ ອຽນຕື 2019 - ảnh 1 ງານບຸນດອກສະກຸຣະ - ດອກເໝີຍ ອຽນຕື 2019

ນີ້ແມ່ນເຫດການການເມືອງ, ວັດທະນະທຳ, ທ່ອງທ່ຽວທີ່ມີຂອບຂະໜາດໃຫຍ່ຢູ່ແຂວງ ກວາງນິງ ໄດ້ຈັດຕັ້ງປະຈຳປີ. ທີ່ງານບຸນປີນີ້ ມີຫລາຍການເຄື່ອນໄຫວຄື: ງານວາງສະແດງດອກສະກຸຣະ - ດອກເໝີຍ ອຽນຕື; ພົບປະແລກປ່ຽນວັດທະນະທຳ ແລະ ການລະຫຼິ້ນພື້ນເມືອງ; ງານວາງສະແດງ, ແນະນຳບາງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງ ກວາງນິງ ແລະ ຍີ່ປຸ່ນ; ບັນດາການເຄື່ອນໄຫວຢ້ຽມຊົມ ອຽນຕື ແລະ ສະຖານທີ່ທ່ອງທ່ຽວບາງແຫ່ງ…

ຕອບກັບ

ຂ່າວ/ບົດ​ອື່ນ