ກໍ່ສ້າງ, ພັດທະນາລະບົບຊີວະພາບ,ຊຸກຍູ້ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງຢູ່ ຫວຽດນາມ

(VOVWORLD) - ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື ແລະ ເຮັດແຈ້ງບັນດາໝວດບັນຫາຕົ້ນຕໍແມ່ນ: ພັດທະນາ 5G ແລະ ບັນດານະໂຍບາຍໜູນຊ່ວຍຂະແໜງອຸດສາຫະກຳພາຍໃນປະເທດ
ກໍ່ສ້າງ, ພັດທະນາລະບົບຊີວະພາບ,ຊຸກຍູ້ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງຢູ່ ຫວຽດນາມ - ảnh 1ບັນດາຜູ້ແທນທີ່ການໂອ້ລົມສົນທະນາ

ວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງໄດ້ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເປັນເຈົ້າພາບຈັດຕັ້ງການໂອ້ລົມສົນທະນາຫົວເລື່ອງສະເພາະທີ່ມີຊື່ວ່າ “ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນຂົງເຂດໂທລະຄົມ”. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື ແລະ ເຮັດແຈ້ງບັນດາໝວດບັນຫາຕົ້ນຕໍແມ່ນ: ພັດທະນາ 5G ແລະ ບັນດານະໂຍບາຍໜູນຊ່ວຍຂະແໜງອຸດສາຫະກຳພາຍໃນປະເທດ; ຊຸກຍູ້ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ບົດບາດຂອງລະບົບຊີວະພາບ”. ບັນດາຜູ້ແທນກໍ່ໄດ້ປຶກສາຫາລືກ່ຽວກັບບັນຫາ “ ນະໂຍບາຍໜູນຊ່ວຍຂະແໜງໂທລະຄົມມຸ່ງໄປເຖິງ 5G” ແລະ ຊຸກຍູ້ການປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງຜ່ານບັນດາຂໍ້ກຳນົດເປັນມິດ ແລະ ລະບົບຊີວະພາບສຳຮອງ”.

        ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຫງວຽນແມ້ງຮູ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ຄວນຮັບຮູ້ບັນດາສິ່ງຄົງຄ້າງ, ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ບັນດາກາລະໂອກາດເມື່ອພັດທະນາເຕັກໂນໂລຊີ 5 G. ຈາກນັ້ນ, ຍົກອອກບັນດາມາດຕະການເພື່ອສ້າງຄວາມບຸກທະລຸໃນການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນຂົງເຂດໂທລະຄົມຂອງ ຫວຽດນາມ, ປະກອບສ່ວນຊຸກຍູ້ການເຕີບໂຕ, ບໍ່ພຽງແຕ່ໃນຂົງເຂດໂທລະຄົມເທົ່ານັ້ນ, ຫາກຍັງສ້າງການກະທົບທີ່ແຜ່ລາມເຖິງບັນດາຂົງເຂດອື່ນໃນພື້ນຖານເສດຖະກິດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ