ກໍ່ສ້າງ ແລະ ບູ​ລະ​ນະ​ລັດ​ແຫ່ງ​ກົດ​ໝາຍ​ສັງ​ຄົມ​ນິ​ຄົມ ຫວຽດ​ນາມ

(VOVWORLD) -ທີ່ກອງປະຊຸມຄັ້ງທີ 2, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ: ລັດແຫ່ງກົດໝາຍແມ່ນຄຸນຄ່າລວມຂອງ ມວນມະນຸດ, ຮູບແບບລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ທັງມີລັກສະນະກວມລວມຂອງ ມວນມະນຸດ ທັງມີລັກສະນະພິເສດສະເພາະຕາມກຳນົດທິດສັງຄົມນິຍົມ.
ກໍ່ສ້າງ ແລະ ບູ​ລະ​ນະ​ລັດ​ແຫ່ງ​ກົດ​ໝາຍ​ສັງ​ຄົມ​ນິ​ຄົມ ຫວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 19 ຕຸລາ, ກອງປະຊຸມຄັ້ງທີ 2 ຂອງຄະນະຊີ້ນຳການສ້າງບັນດາຫົວເລື່ອງຂຶ້ນກັບແຜນການ “ຍຸດທະສາດກໍ່ສ້າງ ແລະ ບູລະນະລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ຮອດປີ 2030, ກຳນົດທິດຮອດປີ 2045” ໄດ້ດຳເນີນຢູ່ຫໍສະພາແຫ່ງຊາດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ ເພື່ອມີພື້ນຖານຍື່ນສະເໜີຕໍ່ ກອງປະຊຸມຄັ້ງທີ 6 ຂອງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ  ພິຈາລະນາ, ປະກາດໃຊ້ມະຕິກ່ຽວກັບຍຸດທະສາດກໍ່ສ້າງ ແລະ ບູລະນະລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມຮອດປີ 2030, ກຳນົດທິດຮອດປີ 2045, ກົມການເມືອງ ສູນການພັກ ໄດ້ສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການ ສ້າງແຜນຮ່າງ ເຊິ່ງຄາດຄະເນຈະຍືນສະເໜີຕໍ່ກອງປະຊຸມຄັ້ງທີ 6 ຂອງ ຄະນະບໍລິການງານສູນກາງພັກ ໃນເດືອນຕຸລາ ປີ 2022.

ທີ່ກອງປະຊຸມຄັ້ງທີ 2, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ: ລັດແຫ່ງກົດໝາຍແມ່ນຄຸນຄ່າລວມຂອງ ມວນມະນຸດ, ຮູບແບບລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ທັງມີລັກສະນະກວມລວມຂອງ ມວນມະນຸດ ທັງມີລັກສະນະພິເສດສະເພາະຕາມກຳນົດທິດສັງຄົມນິຍົມ. ດັ່ງນັ້ນ, ບັນດາຫົວເລື່ອງຕ້ອງເຊື່ອມຊືມ, ຮັບປະກັນການສະແດງໃຫ້ເຫັນແຈ້ງລັກສະນະພິເສດ ແລະ ຕິດແທດກັບລັກສະນະ, ແຜນນະໂຍບາຍໃຫຍ່ຂອງ ພັກ, ລັດ ສຳລັບຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ