ກໍ່ສ້າງViettelໃຫ້ກາຍເປັນ ກຸ່ມບໍລິສັດໂທລະຄົມແຖວໜ້າໃນພາກພື້ນ

ກໍ່ສ້າງViettelໃຫ້ກາຍເປັນ ກຸ່ມບໍລິສັດໂທລະຄົມແຖວໜ້າໃນພາກພື້ນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​​ເຮັດ​ວຽກ​ກັບ​ການ​ນຳ
​ຂອງ​ກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງ​ທັບ
(ພາບ: chinhphu.vn)

(vovworld) - ​ ​ ​​ໃນຕອນ​ບ່າຍ​ວັນ​ທີ 11/3, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ຂອງ​ກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງ​ທັບ (Viettel), ທ່ານ​ນາຍົກລັດຖະມົນຕີ ປາດຖະໜາວ່າ: Viettel ສືບ​ຕໍ່​ສຸມ​ໃສ່​ເຂົ້າ​ໃນ​ການ​ຜະລິດ, ດຳ​ເນີນທຸລະ​ກິດ​ເຂົ້າ​ບັນດາ​ຂະ​ແໜງ​ການ​ອາຊີບ​ຕົ້ຕໍ່ທີ່​ສຳຄັນ ​ແລະ ປະຕິບັດ​ໜ້າ​ທີ່​ການ​ເມືອງທີ່​ໄດ້​ຮັບ​ການ​ມອບໝາຍ​ຈາກ​ກອງທັບ​ເປັນ​ຢ່າງ​ດີ. ຕາມ​ນັ້ນ​ແລ້ວ​, Viettel ຕ້ອງ​ຍູ້​ແຮງ​ການຄົ້ນ​ຄວ້າ, ນຳ​ໃຊ້​ວິທະຍາສາດ​ເຕັກນິກ; ຕ້ອງ​ສຸ​ມ​ໃສ່​ເຂົ້າ​ໃນ​ການ​ຄົ້ນຄວ້າ, ພັດທະນາ, ຜະລິດບັນດາ​ອຸປະ​ກອນ​ເຕັກ​ໂນ​ໂລ​ຢີ​ສູງກວ່າ​ອີກ; ພ້ອມກັນ​ນັ້ນ​, ກຸ່ມ​ບໍລິສັດຕ້ອງ​ກຸມ​ຕົນ​ເອງ​ດ້ານ​ການ​ເງິນ, ຜ່ານ​ນັ້ນ​ດຶງ​ດູດ​​ແຫຼ່ງຊັບ​ພະຍາກອນ​ມະນຸດທີ່ມີ​ຄຸນ​ນະພາ​ບສູງ​ເຂົ້າ​ເຮັດ​ວຽກ​ໃນ​ກຸ່ມ​ບໍລິສັດ. ທ່ານ​ນາຍົກລັດຖະມົນຕີ ປາດຖະໜາ​ວ່າ: Viettel ຈະສືບ​ຕໍ່​ປະກອບສ່ວນ​ປະຕິບັດ​ວຽກ​ງານ​ຮັບປະກັນ​ຄວາມໝັ້ນຄົງ ​ແລະ ຄວາມປອດ​ໄພທາງ​ເຄືອ​ຂ່າຍ ອິນ​ເຕີ​ເນັດ​ເປັນ​ຢ່າງ​ດີ; ພັດທະນາ​ບັນດາ​ບໍລິການ​ທາງອິນ​ເຕີ​​ເນັ​ດ, ພິ​ເສດ​ແມ່ນ​ບັນດາ​ບໍລິການ​ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ຊອກ​ຫາ​ຂໍ້​ມູນຂ່າວ.

ຂ່າວ/ບົດ​ອື່ນ