ກໍ່ສ້າງພື້ນຖານຕຸລາການໃຫ້ປອດໄສ,ເຂັ້ມແຂງ,ຍຸຕິທຳ,ປົກປ້ອງຜົນປະໂຫຍດອັນຊອບທຳຂອງພົນລະເມືອງ

ກໍ່ສ້າງພື້ນຖານຕຸລາການໃຫ້ປອດໄສ,ເຂັ້ມແຂງ,ຍຸຕິທຳ,ປົກປ້ອງຜົນປະໂຫຍດອັນຊອບທຳຂອງພົນລະເມືອງ - ảnh 1
ທ່ານ​ປະ​ເທດ​ປະ​ເທດ ​ເຈືອງ​ເຕີນ​ຊາງ
(ກ່າວຄຳເຫັນທີ່ກອງ​ປະຊຸມ)


(vovworld) – ຕອນ​ເຊົ້າ​ວັນ​ທີ 13/10, ທ່ານ​ປະ​ເທດ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບຕຸລາການ​ສູນ​ກາງ, ​ໄດ້​ເຂົ້າ​ຮ່ວມ​ແລະ ​ເປັນ​ປະທານ​ວາລະ​ປະຊຸມ​ຄັ້ງ​ທີ 23 ຂອງ​ຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ຕຸລາການສູນ​ກາງ. ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ແລະ ບັນດາ​ສະມາຊິກ​ໃນຄະນະ​ຊີ້​ນຳ​ການ​ປະຕິ​ຮູບຕຸລາການ​ສູນ​ກາງ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ ​ແລະ ປຶກສາ​ຫາລື​ບັນດາ​ແຜນ​ຮ່າງ​ເພີ່ມ​ທະວີ​ວຽກ​ງານ​ປ້ອງກັນ, ຕ້ານ​ການ​ຫຍ້ໍ​ທໍ້​ໃນ​ການ​ເຄື່ອນ​ໄຫວຕຸລາການ ​ແລະ ໜູນຊ່ວຍ​ຕຸລາການ ​ໂດຍ​ການ​ນຳ​ຕຳຫຼວດ, ກະຊວງ​ຍຸຕິ​ທຳ​ລາຍ​ງານ. ບັນດາ​ສະມາຊິກ​​ໃນ​ຄະນະໄດ້​ປະກອບ​ຄວາມ​ເຫັນ​ລະອຽດ​ໃສ່​ບັນດາ​ເນື້ອ​ໃນຂອງ​ແຜນ​ຮ່າງ​ຄື​ລັກສະນະ​ຮີບ​ດ່ວນ, ຈຸດໝາຍ, ຂອບ​ເຂດ; ສະພາບການ​ຫຍ້ໍ​ທໍ້​ ​ແລະ ວຽກ​ງານ​ການປະຕິບັດ. ນີ້​ແມ່ນ​ບັນດາ​ແຜນ​ຮ່າງ​ມີ​ຄວາມສຳຄັນຍິ່ງ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ສືບ​ຕໍ່​ສະ​ແດງຄວາມ​ຕັດສິນ​​ໃຈ​ສະກັດ​ກັ້ນ, ຍູ້ສະພາບ​ສໍ້​ລາດ​ບັງ​ຫຼວງ​ໃຫ້​ຖອຍ​ຫຼັງ. ກ່າ​ວຄຳ​ເຫັນ​ສະ​ຫຼຸບກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ຖື​ວ່າ, ​ເລື່ອງ​ສ້າງ​ຕັ້ງ​ບັນດາ​ແຜນ​ຮ່າງ​ປ້ອງ​ກັນ, ຕ້ານການ​ຫຍໍ້​ທໍ້ ​ໃນ​ບັນດາ​ການ​ເຄື່ອນ​ໄຫວຕຸ​ລາກາ​ນ, ໜູນຊ່ວຍ​ຕຸລາການມີ​ຄວາມ​ໝາ​ຍສຳຄັນ​ຍິ່ງ. ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະຕິບັດ, ປະທານ​ປະ​ເທດ​ເນັ້ນ​ໜັກ​ເຖິງ​ຄວາມ​ຮຽກຮ້ອງ​ປະຕິບັດ​ວຽກ​ງານ​ຕິດຕາມ​ກວດກາ​ລະຫວ່າງ​ຂະ​ແໜງ​ໃນລະ​ບົບຕຸ​ລາ​ການ​ໃຫ້​ສຳ​​ເລັດ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຂອງ​ສັງຄົມ ດ້ວຍບັນດາ​ກົນ​ໄກ​ທີ່​ມີ​ຢູ່​ແລ້ວຄື​ແນວ​ໂຮມ​ປະ​ເທດ​ຊາດ, ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ.

ຂ່າວ/ບົດ​ອື່ນ