ກໍ່ສ້າງສະໜາມຫຼວງແລະອະນຸສາວະລີປະທານໂຮຈິມິນຢູ່ສະຫະພັນລັດເຊຍ

ກໍ່ສ້າງສະໜາມຫຼວງແລະອະນຸສາວະລີປະທານໂຮຈິມິນຢູ່ສະຫະພັນລັດເຊຍ - ảnh 1
ກໍ່ສ້າງສະໜາມຫຼວງແລະອະນຸສາວະລີ
ປະທານໂຮຈິມິນຢູ່ສະຫະພັນລັດເຊຍ
(ພາບ: TTXVN)


​(vovworld) - ວັນ​ທີ 11/06, ຢູ່​ນະຄອນ Ulyanovsk, ​ແຂວງ Ulyanovsk, ສະຫະພັນ​ລັດ​ເຊຍ, ​ໄດ້​ດຳ​ເນີນ​ພິທີ​ວາງ​ສີ​ລາ​ລຶກ ​ແລະ ລົງມື​ກໍ່ສ້າງອະນຸສາວະລີ​ປະທານ​​ໂຮ​ຈິ​ມິນ​ ​ແລະ ບໍລິ​ເວນສະໜາມ​ຫຼວງ​ທີ່ໃສ່​ຊື່​ປະທານ​ໂຮ່ຈິ​ມິນ.

      ຕາມ​ການ​ອອກ​ແບບ, ຮູບຫຼໍ່ປະທານ​​ໂຮ​ຈິ​ມິນ ​ເຮັດ​ຕາມ​​ແບບຮູບ​ຫຼໍ່​ຢູ່​ສະໜາມ​ຫຼວງ​ໂຮ່ຈິ​ມິນ ທີ່​ແຂວງ ​ເງະອານ. ຮູບ​ຫຼໍ່​ປະທານ​​ໂຮ​ຈິ​ມິນ ສູງ 5 ມ, ​ຖືກຫຼໍ່​ດ້ວຍ​ທອງ​​ແດງ ​ແລະ ​ຕັ້ງ​ຢູ່​ເຖິງ​ຖານ​ສູງ 3 ມ, ຢູ່​ທາງ​ 4 ​ແຍກ​ໂຮ່ຈິ​ມິນ ​ແລະ ຖະໜົນ Lamyshinslaya, ​ເມືອງ Zasniazhski, ນະຄອ​ນ Ulyanovsk, ​ເບື້ອງຫຼັງ​ຮູບ​ຫຼໍ່​ປະທານ​​ໂຮ່​ຈິ​ມິນ ແມ່ນ​ຮູບ​ແກະສະຫຼັກ​ດ້ວຍ​ສັນຍາ​ລັກ​ດອກ​ບົວ​ຄຳ. ທ່ານ ​ເລງ​ອກຮວາ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ເງະ​ອານ ​ໃຫ້​ຮູ້​ວ່າ.

      “ນີ້​ແມ່ນ​ກິດຈະກຳທີ່ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ. ກ່ອນ​ອື່ນ​ໝົດ​ແມ່ນ​ນ້ຳ​ໃຈມິດຕະພາບ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລັດ​ເຊຍ. ທີ 2 ​ແມ່​ນ​ເປັນສັນຍາ​ລັກ​​ແຫ່ງການ​ຮ່ວມ​ມື​ລະຫວ່າງ​ແຂ​ວງ ​ເງະ​ອານ - Ulyanovsk. ທີ 3 ​ແມ່ນ ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດຂອງ​ປະຊາຊົນ ​ເງະ​ອານ ກໍ່​ຄື ປະຊາຊົນ​ແຂວງ Ulyanovsk ທີ່​ມີ​ຕໍ່​ປະທານ​ໂຮ່ຈິ​ມິນ ​ຢູ່​ບ້ານ​ເກີດ​ເມືອງ​ນອນຂອງການ​ນຳ Vladimir Ilich Lenin, ​ເຊິ່ງ​ເປັນ​ເພື່ອນ, ​ເປັນ​ອາຈານຂອງ​ປະທານ​ໂຮ່ຈິ​ມິ​ນ.”

      ​ໂຄງການ​ກໍ່ສ້າງອະນຸ​ສາ​ວະລີ ​ແລະ ສະໜາມຫຼວງ​ໂຮ່ຈິ​ມິນ ຄາດ​ວ່າຈະ​​ສຳ​ເລັດ​ກົງ​ກັບ​​ໂອກາດ​ສະ​ເຫຼີ​ມສະຫຼອງ 98 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນຕຸລາລັດ​ເຊຍ (07/11/2015).

ຕອບກັບ

ຂ່າວ/ບົດ​ອື່ນ