ກໍ່ສ້າງຫວຽດຈີໃຫ້ກາຍເປັນນະຄອນແຫ່ງງານບຸນມຸ່ງຫາກົກເຄົ້າເຫງົ້າກໍຂອງປະເທດຊາດ

ກໍ່ສ້າງຫວຽດຈີໃຫ້ກາຍເປັນນະຄອນແຫ່ງງານບຸນມຸ່ງຫາກົກເຄົ້າເຫງົ້າກໍຂອງປະເທດຊາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ
 ຄະນະ​ປະຕິບັດ​ງານ​ຂອງ​ສູນ​ກາງ​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຟູ໋ທໍ້

(vovworld) – ​ຕອນ​ບ່າຍ​ວັນ​ທີ 04/12 ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ສູນ​ກາງ​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຟູ໋ທໍ້ ​ເພື່ອ​ຕີ​ລາຄາ​ສະພາບ​ການ ​ແລະ ມາດ​ຕະການ​ພັດທະນາ​ເສດຖະກິດ - ສັງຄົມ​ຮອບດ້ານຂອງ​ແຂວງ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສ້າງ ຟູ໋ທໍ້ ​ໃຫ້ກາຍ​ເປັນ​ໃຈກາງ​ຂອງ​ເຂດພູ​ສູງ ແລະ ​ພູດອຍທາງ​ພາກ​ເໜືອ, ​ເປັນປະຕູ​ຂອງ​ນະຄອນຫລວງ ​ຮ່າ​ໂນ້ຍ. ທີ່​ການ​ເຮັດ​ວຽກ​, ການ​ນຳ ຟູ໋ທໍ້ ສະ​ເໜີ​ສູນ​ກາງ ສະໜັບສະໜູນ ​ແລະ ໜູນ​ຊ່ວຍ ​ເພື່ອ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ກໍ່ສ້າງ​ນະຄອນ ຫວຽດຈີ ​ໃຫ້ກາຍ​ເປັນ​ນະຄອນ​​ແຫ່ງງານ​ບຸນ​ມຸ່ງ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ປະ​ເທດ​ຊາດ ຫວຽດນາມ. ດ້ວຍ​ຂໍ້​ສະ​ເໜີ​ດັ່ງກ່າວ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ​ແຜນ​ຮ່າງນີ້ ​ເໝາະ​ສົມ​ກັບ​ມູນ​ເຊື້ອ​ວັດທະນະທຳ, ຄວາມ​ສາ​ມັກ​ຄີ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ ​ເພາະ ຫວຽດຈີ, ຟູ໋ທໍ້ ​ແມ່ນ​ແມ່​ອູ່​​ແຫ່ງກຳ​ເນີ​ດຂອງ​ປະ​ເທດ​ຊາດ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ແຂວງ ຜັນ​ຂະຫຍາຍ​ຄົບ​ຊຸດ​ເລື່ອງ​ປະຕິບັດ​ແຜນ​ຮ່າງຄຽງ​ຄູ່​ກັບ​ການ​ຮັບປະກັນ​ບັນດາ​ມາດຖານ​ຂອງ​ນະຄອນ​ຊີວະ​ພາບ, ການທ່ອງທ່ຽວ ​ແລະ ​ປົກ​ປັກ​ຮັກສາສິ່ງ​ແວດ​ລ້ອມ; ນີ້​ກໍ່​ແມ່ນ​ບັນດາມາດຖານທີ່ຈຳ​ເປັນ​ຂອງ​ນະຄອນ​ໃຈກາງ​ແຫ່ງ​ງານ​ບຸນ. ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ ຟູ໋ທໍ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຈາະ​ຈີ້ມ​ແ​ຂວງ ຟູ໋ທໍ້ ​ເອົາ​ໃຈ​ໃສ່, ​ໃຫ້ບຸລິມະສິດ​​ແກ່ການ​ລົງທຶນ​ຜະລິດ​ກະສິກຳບັນລຸມີ​ປະສິດທິ​ຜົນ​ເສດຖະກິດ​ສູງ; ​ໄປຄຽງ​ຄູ່​ກັບ​ການ​ຊຸກຍູ້ການ​ພັດທະນາດ້ານ​ຈຳນວນ​ວິ​ສາ​ຫະກິດ ​ແລະ ພິ​ເສດ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ບົນ​ພື້ນຖານ​ຄວາມ​ສາມາດ​ບົ່ມ​ຊ້ອນ ວັດທະ ນະທຳ​ທີ່​ເປັນ​ມູນ​ເຊື້ອ.

 

ຂ່າວ/ບົດ​ອື່ນ