ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ຮັບ​ໄດ້​ຈຳ​ນວນ​ເງິນ 8.043 ຕື້​ດົ່ງ

(VOVWORLD) -ປັດຈຸບັນ, ຄະນະຄຸ້ມຄອງກອງທຶນວັກຊິນກັນໂຄວິດ - 19 ໄດ້ເປີດ 21 ບັນຊີເພື່ອຮັບເງິນ ສຳລັບ 3 ສະກຸນເງິນຄື: VND, USD, EUR ຢູ່ພະແນກບໍລິການຄັງເງິນແຫ່ງລັດ ແລະ 6 ທະນາຄານການຄ້າລວມມີ: BIDV, Vietcombank, Vietinbank, HDBank, Agribank ແລະ TPBank.
ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ຮັບ​ໄດ້​ຈຳ​ນວນ​ເງິນ 8.043 ຕື້​ດົ່ງ - ảnh 1ວິສາຫະກິດອຸປະຖຳເງິນໃຫ້ແກ່ກອງທຶນວັກຊິນກັນໂຄວິດ - 19 ແຂວງຮ່ານາມ (ພາບ: TTXVN)

ຕາມຄະນະຄຸ້ມຄອງກອງທຶນວັກຊິນກັນໂຄວິດ - 19, ໄລ່ຮອດເວລາ 17 ໂມງຂອງວັນທີ 4 ກໍລະກົດ, ກອງທຶນ ໄດ້ຮັບເງິນເປັນຈຳນວນ 8.043 ຕື້ດົ່ງ (ລວມທັງເງິນຕາຕ່າງປະເທດ). ຈຳນວນເງິນດັ່ງກ່າວ ໂດຍ ຫຼາຍກ່ວາ 360.000 ອົງການ, ສ່ວນບຸກຄົນປະກອບສ່ວນເຂົ້າກອງທຶນ.

ປັດຈຸບັນ, ຄະນະຄຸ້ມຄອງກອງທຶນວັກຊິນກັນໂຄວິດ - 19 ໄດ້ເປີດ 21 ບັນຊີເພື່ອຮັບເງິນ ສຳລັບ 3 ສະກຸນເງິນຄື: VND, USD, EUR ຢູ່ພະແນກບໍລິການຄັງເງິນແຫ່ງລັດ ແລະ 6 ທະນາຄານການຄ້າລວມມີ: BIDV, Vietcombank, Vietinbank, HDBank, Agribank ແລະ TPBank.

ນັບແຕ່ນີ້ຈົນຮອດທ້າຍປີ, ຫວຽດນາມ ຈະຜັນຂະຫຍາຍການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ 75 ລ້ານຄົນ, ທຽບເທົ່າກັບວັກຊິນ ປະມານ 150 ລ້ານໂດສ. ແຫຼ່ງກຳລັງຂອງກອງທຶນ ພ້ອມກັບງົບປະມານແຫ່ງລັດ ຈະຮັບປະກັນງົບປະມານປະມານ 25,2 ພັນຕື້ດົ່ງໃຫ້ແກ່ການປະຕິບັດວຽກງານນີ້.

ຕອບກັບ

ຂ່າວ/ບົດ​ອື່ນ