ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 5,777 ຕື້​ດົ່ງ

(VOVWORLD) -ປັດຈຸບັນ, ຄະນະຄຸ້ມຄອງກອງທຶນວັກຊິນກັນໂຄວິດ - 19 ໄດ້ເປີດ 21 ບັນຊີທະນາຄານ ເພື່ອຮັບເງິນສະກຸນ ດົ່ງ, USD, EUR ຢູ່ພະແນກບໍລິການຄັງເງິນແຫ່ງລັດ ແລະ 6 ທະນາຄານການຄ້າ ລວມມີ: BIDV, Vietcombank, VietinBank, HDBank, Agribank ແລະ TPBank. 
ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 5,777 ຕື້​ດົ່ງ - ảnh 1ຮັບເງິນສະໜັບສະໜູນໃຫ້ກອງທຶນວັກຊິນກັນໂຄວິດ - 19 ຈາກບັນດາອົງການ, ສ່ວນບຸກຄົນ (ພາບ: TTXVN)

ຕາມຄະນະຄຸ້ມຄອງກອງທຶນວັກຊິນກັນໂຄວິດ - 19 ແລ້ວ, ໄລ່ຮອດເວລາ 17 ໂມງຂອງວັນທີ 20 ມິຖຸນາ, ກອງທຶນຮັບໄດ້ເງິນເປັນຈຳນວນ 5.777 ຕື້ດົ່ງ. ຈຳນວນເງິນດັ່ງກ່າວໂດຍກວ່າ 324.000 ອົງການ, ສຳນັກງານສ່ວນບຸກຄົນເຂົ້າຮ່ວມປະກອບສ່ວນ.

ປັດຈຸບັນ, ຄະນະຄຸ້ມຄອງກອງທຶນວັກຊິນກັນໂຄວິດ - 19 ໄດ້ເປີດ 21 ບັນຊີທະນາຄານ ເພື່ອຮັບເງິນສະກຸນ ດົ່ງ, USD, EUR ຢູ່ພະແນກບໍລິການຄັງເງິນແຫ່ງລັດ ແລະ 6 ທະນາຄານການຄ້າ ລວມມີ: BIDV, Vietcombank, VietinBank, HDBank, Agribank ແລະ TPBank. ການຄຸ້ມຄອງ, ການນຳໃຊ້ກອງທຶນ, ການເປີດບັນຊີເງິນຝາກ ຄັງເງິນແຫ່ງລັດ ໄດ້ເປີດເຜີຍຢ່າງເປັນທາງການຜ່ານບັນດາພາຫະນະສື່ມວນຊົນ, ຈຳນວນເງິນຊ່ວຍເຫຼືອຈະຖືກ ຄັງເງິນແຫ່ງລັດ ລວບລວມ ແລະ ປະກາດຢ່າງກ້ວາງຂວາງໃນແຕ່ລະວັນ.

ຕອບກັບ

ຂ່າວ/ບົດ​ອື່ນ