ກອງທັບ ຊີຣີ ຜັນຂະຫຍາຍ ບັນດາອາວຸດຕື່ມອີກ ເພື່ອກະກຽມດໍາເນີນ ບັ້ນຮົບຢູ່ Idlib

(VOVWORLD) -ກອງທັບ ຊີຣີ ພວມສ້າງແຜນການຜັນຂະຫຍາຍບັນດາອາວຸດໜັກ ຢູ່ເຂດປອດການທະຫານ ທາງພາກເໜືອ ແລະ ທິດຕາເວັນຕົກສ່ຽງເໜືອຂອງ ຊີຣີ ເພື່ອແນໃສ່ ເປີດທາງໃຫ້ແກ່ການດໍາເນີນບັ້ນຮົບຂະໜາດໃຫຍ່ ແນໃສ່ບັນດາກຸ່ມກໍ່ການຮ້າຍ ທີ່ພວມແຝງຕົວຢູ່ທີ່ນີ້ ໃນກໍລະນີພວກເຂົ້າເຈົ້າບໍ່ຍອມອອກໄປຈາກບໍລິເວນດັ່ງກ່າວ.

ວັນທີ 23 ຕຸລາ, ສໍານັກຂ່າວສານ Fars ໃຫ້ຮູ້ວ່າ ກອງທັບ ຊີຣີ ໄດ້ພົບເຫັນບັນດາພະຍານຫຼັກຖານ ແລະ ເອກະສານອ້າງອີງຂອງກໍາລັງກໍ່ການຮ້າຍ ເພື່ອເນື່ອງຈາກນັ້ນ ຜັນຂະຫຍາຍບັນດາອາວຸດໜັກຢູ່ແຂວງ Idlib. ກອງທັບປະເທດນີ້ ກໍໄດ້ກໍານົດຢ່າງລະອຽດ ບັນດາກໍາແພງທີ່ມີອາວຸດໜັກ, ລົດຕັງ, ປືນໃຫຍ່, ລູກສອນໄຟ ຢູ່ເຂດປອດການທະຫານ ຢູ່ແຂວງດັ່ງກ່າວ ເຊິ່ງໄດ້ລະບຸໃນຂໍ້ຕົກລົງ Sochi ລະຫວ່າງລັດເຊຍ ແລະ ຕວກກີ ເມື່ອເດືອນຜ່ານມາ.

        ໃນຂະນະນັ້ນ,ຜູ້ບັນຊາການທະຫານຄົນໜຶ່ງໃຫ້ຮູ້ວ່າ ບັນດາກຸ່ມກໍ່ການຮ້າຍ ຍັງຄົງຟື້ນຟູບັນດາຮາກຖານຂອງພວກມັນ ແລະ ພວມຜັນຂະຫຍາຍອາວຸດໄປຮອດເຂດປອດ ການທະຫານຢູ່ Idlib ຕື່ມອີກ. ບັນດາພາກສ່ວນກໍ່ການຮ້າຍ ສືບຕໍ່ແນໃສ່ເປົ້າໝາຍແມ່ນກອງທັບ ຊີຣີ ແລະ ບັນດາກໍາລັງລັດຖະບານຂອງ ຊີຣີ ທີ່ກຽມພ້ອມເພື່ອໂຕ້ຕອບພວກມັນ.

ຕອບກັບ

ຂ່າວ/ບົດ​ອື່ນ