ກອງທັບ ອິດສະຣາແອັນ ປະທະກັນກັບຜູ້ແຫ່ຂະບວນປະທ້ວງ ປາແລັດສະຕິນ

(VOVWORLD) - ວັນທີ 07 ທັນວາ, ບັນດາການແຫ່ຂະບວນປະທ້ວງຢູ່ເຂດຝັ່ງທະເລຕາເວັນຕົກ, ເຂດ ກາຢາ ແລະ Jerusalem ຕາເວັນອອກ ໄດ້ເກີດການປະທະກັນເຮັດໃຫ້ 17 ຄົນຖືກຮັບບາດເຈັບ. 
ກອງທັບ ອິດສະຣາແອັນ ປະທະກັນກັບຜູ້ແຫ່ຂະບວນປະທ້ວງ ປາແລັດສະຕິນ - ảnh 1 ການປະທະກັນເຮັດໃຫ້ 17 ຄົນຖືກຮັບບາດເຈັບ (ພາບ: THX/TTXVN)

ເຫດການດັ່ງກ່າວເກີດຂຶ້ນ ພາຍຫລັງ ອາເມລິກາ ຖະແຫຼງຮັບຮອງນະຄອນ Jerusalem ເປັນນະຄອນຫລວງຂອງ ອິດສະຣາແອັນ.

        ທີ່ບັນດານະຄອນ Hebron ແລະ Al-Bireh ຢູ່ເຂດຝັ່ງທະເລຕາເວັນຕົກ, ຜູ້ແຫ່ຂະບວນປະທ້ວງນັບພັນຄົນໄດ້ຮ້ອງໂຮຄຳຂວັນທີ່ວ່າ “Jerusalem ແມ່ນນະຄອນຫລວງຂອງລັດ ປາແລັດສະຕິນ” ແລະ ແກວ່ງດິນຈີ່, ຫີນໃສ່ພົນທະຫານ ອິດສະຣາແອັນ. ໂຄສົກກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ: ບັນດາພົນທະຫານ ພຽງແຕ່ນຳໃຊ້ “ບັນດາເຄື່ອງມືຕ້ານການຈະລາຈົນ” ເທົ່ານັ້ນ ເພື່ອສະຫລາຍກຸ່ມຄົນທີ່ແກວ່ງກ້ອນຫີນ.

        ທີ່ເຂດ ກາຢາ, ຜູ້ແຫ່ຂະບວນປະທ້ວງນັບສິບຄົນ ໄດ້ເຕົ້າໂຮມກັນຢູ່ໃກ້ຮົ້ວຊາຍແດນຕິດກັບ ອິດສະຣາແອັນ ແລະ ແກວ່ງດິນຈີ່, ຫີນໃສ່ພົນທະຫານປະເທດນີ້. ຜູ້ແຫ່ຂະບວນປະທ້ວງ 2 ຄົນຖືກຮັບບາດເຈັບ ຍ້ອນຖືກຍິງລູກປືນແທ້, ແລະຜູ້ໜຶ່ງພວມຕົກຢູ່ໃນອາການອັນຕະລາຍ.

        ແລະກໍ່ໃນວັນດຽວກັນ, ຂະບວນການປະກອບອາວຸດອິດສະລາມ Hamas ຂອງ ປາແລັດສະຕິນ ໄດ້ລະດົມ “ປະຊາຊົນ ປາແລັດສະຕິນ ລຸກຮື້ຂຶ້ນ ຕ້ານຄືນເລື່ອງ ອາເມລິກາ ຮັບຮອງ Jerusalem ເປັນນະຄອນຫລວງຂອງ ອິດສະຣາແອັນ.

        ໃນການຜັນແປ່ໜຶ່ງທີ່ກ່ຽວຂ້ອງ, ວັນທີ 06 ທັນວາ, ທ່ານນາງເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສະຫະປະຊາຊາດ Nikki Haley ຢືນຢັນວ່າ: ວໍຊິງຕັນ ບໍ່ສະໜັບສະໜູນໂດຍບໍ່ວ່າຝ່າຍໃດ ໃນການຂັດແຍ້ງກັນຢູ່ Jerusalem ຕາເວັນອອກ, ພາຍຫລັງທ່ານປະທານາທິບໍດີ Donald Trump ຮັບຮູ້ Jerusalem ເປັນນະຄອນຫລວງຂອງ ອິດສະຣາແອັນ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ