ກອງທັບ ອາເມລິກາ ຢັ້ງຢືນສືບຕໍ່ມີໜ້າຢູ່ ອີຣັກ

(VOVWORLD) -ວັນທີ 19 ສິງຫາ, ໂຄສົກຂອງກໍາລັງທະຫານປະສົມນານາຊາດ ໂດຍ ອາເມລິກາ ນຳໜ້າ, ພັນເອກ Sean Ryan ຢັ້ງຢືນວ່າ: ບັນດາກຳລັງກອງທັບ ອາເມລິກາ ຈະຢູ່ ອີຣັກ ຮອດເວລາທີ່ບັນດາເຂດພາກໂດຍອົງການ IS ຄວບຄຸມໄດ້ກັບຄືນສູ່ສະພາບເປັນປົກກະຕິ. 

ວັນທີ 19 ສິງຫາ, ໂຄສົກຂອງກໍາລັງທະຫານປະສົມນານາຊາດ ໂດຍ ອາເມລິກາ ນຳໜ້າ, ພັນເອກ Sean Ryan ຢັ້ງຢືນວ່າ: ບັນດາກຳລັງກອງທັບ ອາເມລິກາ ຈະຢູ່ ອີຣັກ ຮອດເວລາທີ່ບັນດາເຂດພາກໂດຍອົງການ IS ຄວບຄຸມໄດ້ກັບຄືນສູ່ສະພາບເປັນປົກກະຕິ. ກ່າວຄຳເຫັນໃນການປະຊຸມຂ່າວຢູ່ນະຄອນ Abu Dhabi ຂອງປະເທດ ສະຫະລັດ ອາຣັບ ເອມີເນັດ (UAE), ທ່ານ Sean Ryan ໄດ້ຊີ້ແຈ້ງວ່າ ອາເມລິກາ ຈະໃຫ້ບັນດາທະຫານປະກົດຕົວຢູ່ນີ້ຮອດຍາມໃດທີ່ຈຳເປັນ. ສາຍເຫດຕົ້ນຕໍແມ່ນ, ພາຍຫຼັງ IS ຖືກຕີໃຫ້ປະລາໄຊນັ້ນ, ກ່ຽວກັບດ້ານການທະຫານ, ແມ່ນເພື່ອແນໃສ່ຮັກສາສະພາບການເປັນປົກກະຕິ.

        ພັນເອກ Sean Ryan ກໍ່ໃຫ້ຮູ້ວ່າ ຈຳນວນນາຍທະຫານ ອາເມລິກາ ຢູ່ ອີຣັກ ຈະໄດ້ຫລຸດລົງ ແລະ ອີງຕາມຈຸດເວລາເຊິ່ງອົງການສົນທິສັນຍາອັດລັງຕິກເໜືອ (NATO) ຜັນຂະຫຍາຍທະຫານໄປໜູນຊ່ວຍການບຳລຸງສ້າງໃຫ້ກອງທັບ ອີຣັກ. ປະຈຸບັນ, ມີທະຫານອາເມລິກາປະມານ 5.200 ຄົນພວມຕັ້ງທັບຢູ່ອີຣັກ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ