ກອງທັບອາກາດຂອງລັດເຊຍ,ອາເມລິກາຊ້ອມຮົບ“ຫີຼິກລ້ຽງການຕຳກັນ”ຢູ່ຊີຣີ

ກອງທັບອາກາດຂອງລັດເຊຍ,ອາເມລິກາຊ້ອມຮົບ“ຫີຼິກລ້ຽງການຕຳກັນ”ຢູ່ຊີຣີ - ảnh 1
(ພາບປະກອບ: RIA)

(vovworld) – ວັນ​ທີ 03/11, ບັນດາ​ກຳລັງ​ກອງທັບ​ອາກາດ​ຂອງ​ລັດ​ເຊ​ຍ ​​ແລະ ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ບັນດາ​ການ​ຊ້ອມ​ຮົບ​ຮ່ວມ ​ເພື່ອ​ແນ​ໃສ່​ຫຼີກລ້ຽງ​ກໍລະນີ​ຖືກ​ຕຳ​ກັນ​ລະຫວ່າງ​ເຮືອບິນຂອງ 2 ປະ​ເທດຢູ່​ຊີຣີ. ການ​ນຳ​ກົມ​ການ​ຮົບກອງ​ເສນາ​ທິການ​ໃຫຍ່​ລັດ​ເຊ​ຍ ນາຍ​ພົນ Amdrei Kartapolov​ ​ໃຫ້​ຮູ້​ວ່າ, ​ໃນການ​​ຊ້ອມ​ຮົບ​, ບັນດາ​ເຮືອ​ບິນ​ຂອງ​ລັດ​ເຊຍ ​ແລະ​ ພັນທະ​ມິດ​ຮ່ວມ​ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ​ໄດ້​ຝຶກ​ຊ້ອມ​ການ​ແກ​້​​ໄຂ​ກໍລະນີ​ເຮື​ອບິນ​ເຈິ​ກັນ​ຢູ່ເຂດ​ພິ​ເສດ ດ້ວຍ​ໄລ​ຍະ​​ຫ່າງຢ່າງໜ້ອຍ​ສຸດ 5 ກ.ມ. ທ່ານ​ກໍ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ລັດ​ເຊ​ຍ ​ແລະ ອິດສະຣາ​ແອນ ​ໄດ້​ແຈ້ງ​ໃຫ້​ກັນຊາ​ບຢ່າງ​ຕໍ່​ເນື່ອງ​ກ່ຽວ​ກັບ​ສະພາບການ​ຢູ່​ເຂດນ່ານຟ້າ​ຂອງ​ຊີຣີ.

ຂ່າວ/ບົດ​ອື່ນ