ກອງທັບເວເນຊູເອລາ ຕັ້ງໃນສະພາວະສຸກເສີນຢູ່ບັນດາເຂດຊາຍແດນ

(VOVWORLD) -ວັນທີ 19 ກຸມພາ, ກອງທັບ ເວເນຊູເອລາ ຖະແຫຼງວ່າພວມຖືກຕັ້ງໃນສະພາວະສຸກເສີນຢູ່ບັນດາເຂດຊາຍແດນ
ກອງທັບເວເນຊູເອລາ ຕັ້ງໃນສະພາວະສຸກເສີນຢູ່ບັນດາເຂດຊາຍແດນ - ảnh 1 (ພາບປະກອບ: AFP/TTXVN)

ພາຍຫຼັງບັນດາຄຳນາບຂູ່ໃໝ່ຈາກອາເມລິກາ, ພ້ອມທັງລັດຖະບານ ເວເນຊູເອລາ ກໍ່ອອກຄຳສັ່ງປິດປະຕູດ່ານຊາຍແດນທາງທະເລ ແລະ ການບິນຂອງ ເວເນຊູເອລາ ກັບເກາະ Antilles, ຂຶ້ນກັບໂຮນລັງ ຢູ່ເຂດທະເລ ກາຣີເບ, ເຊິ່ງໄດ້ຮັບຖືວ່າແມ່ນສະຖານທີ່ເກັບມ້ຽນເຄື່ອງຊ່ວຍເຫຼືອມະນຸດສະທຳຂອງອາເມລິກາ ໃຫ້ແກ່ບັນດາປະເທດອາຟະລິກາ ລາຕິງ ນີ້, ຕາມຄຳສະເໜີຂອງຝ່າຍຄ້ານ Juan Guaido.

        ຕາມທ່ານພົນເຮືອເອກ Vladimir Quintero, ຜູ້ບັນຊາການກຳລັງເຂດທາງທິດຕາເວັນຕົກສ່ຽງເໜືອເວເນຊູເອລາ ແລ້ວ, ທຸກການເຄື່ອນໄຫວທາງທະເລ ແລະ ການບິນເຊື່ອມຕໍ່ກັບ Aruba, Bonaire ແລະ Curazao ຂຶ້ນກັບເກາະດັ່ງກ່າວຖືກຢຸດຕິການເຄື່ອນໄຫວຊົ່ວຄາວ ຮອດເວລາມີການຕັດສິນໃໝ່.

        ກຳລັງປະກອບອາວຸດ ເວເນຊູເອລາ ກໍ່ໄດ້ຮັບຄຳສັ່ງ ຍົກສູງຈິດໃຈລະວັງຕົວ ເພື່ອສະກັດກັ້ນບັນດາການກະທຳລະເມີດອະທິປະໄຕ ເມື່ອຝ່າຍຄ້າຍຖະແຫຼງວ່າ ວັນທີ 23 ກຸມພາ ຈະມາເຖິງ ບັນດາສິນຄ້າອຸປະຖຳຈະໄດ້ນຳເຂົ້າປະເທດນີ້ດ້ວຍທຸກວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ