ກອງທັບເຮືອ ອີຣານ ຊ້ອມຮົບປະຈຳປີ

ກອງທັບເຮືອ ອີຣານ ຊ້ອມຮົບປະຈຳປີ - ảnh 1
(ພາບປະກອບ / AFP/TTXVN)

(vovworld) - ກອງທັບ​ເຮືອ ອີຣານ ​ເລີ່​ມດຳ​ເນີນ​ການຊ້ອມ​ຮົບ​ປະຈຳ​ປີ ​ຢູ່​ໃກ້​ກັບຊ່ອງ​ທະ​ເລ​ຍຸດ​ທະ​ສາດ Hormuz, ​ເຂດ​ທີ່​ເຄີຍ​ເກີດການ​ປະ​ທະ​ກັນເຄັ່ງ​ຕຶງຫລາຍ​ຄັ້ງ​ລະຫວ່າງ​ກຳລັງ​ທະຫານ ອີຣານ ​ແລະ ກອງທັບ​ເຮືອ ອາ​ເມ​ລິ​ກາ. ວັນ​ທີ 26/02 ຜູ້​ບັນຊາ​ການກອງທັບ​ເຮືອ ອີຣານ, ນາຍ​ພົນ​ເຮືອ​ເອກ Habibollah Sayyari ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບ​ດັ່ງກ່າວ ດຳ​ເນີນ​ໄປ​ໃນ​ເຂດ​ທະ​ເລ Oman ​ແລະ ມະຫາ​ສະໝຸດອິນ​ເດຍ ​ໃກ້​ກັບ​ຊ່ອງ​​ທະ​ເລ Hormuz. ກຳລັງພິທັກ​ຮັກສາ​ປະຕິວັດ​ອິດ​ສະ​ລາມ ອີຣານ ບໍ່​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຄັ້ງ​ນີ້. ກອງ​ເຮືອ​ຮົບ 5, ກອງທັບ​ເຮືອ​ ອາ​ເມ​ລິ​ກາ ກຳລັງຕັ້ງ​ທັບ​ຢູ່ Bahrain ບໍ່​ວິຈານ​ກ່ຽວ​ກັບ​ການ​ຊ້ອມ​ຮົບ​ດັ່ງກ່າວ. ນີ້​ແມ່ນ​ການ​ຊ້ອມ​ຮົບ​ຄັ້ງ​ທຳ​ອິດ​ຂອງ ອີຣານ ນັບ​ແຕ່​ເມື່ອ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Donald Trump ສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 20/01.

ຕອບກັບ

ຂ່າວ/ບົດ​ອື່ນ