ກອງທັບເຮືອສເກົາຫຼີເຝິກຊ້ອມຢູ່ໃກ້ກັບໝູ່ເກາະຂັດແຍ້ງກັບຍີ່ປຸ່ນ

ກອງທັບເຮືອສເກົາຫຼີເຝິກຊ້ອມຢູ່ໃກ້ກັບໝູ່ເກາະຂັດແຍ້ງກັບຍີ່ປຸ່ນ - ảnh 1
(ພາບປະກອບ: Yonhap/TTXVN)

(vovworld) - ວັນ​ທີ 15/5, ກອງທັບ​ເຮືອ ສ​ເກົາຫຼີ ​ແລະ ກຳລັງ​ປົກ​ປັກ​ຮັກສາ​ຝັ່ງ​ທະ​ເລ​ຂອງ​ປະ​ເທດ​ນີ້​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ທີ 2 ຢ່າງ​ຕໍ່​ເນື່ອງ​ຢູ່​ເຂດ​ໝູ່​ເກາະທີ່​ພວມຂັດ​ແຍ້​ງກັນກັບ​ຍີ່ປຸ່ນ​ໃນ​ທະ​ເລ​ຮວາ​ຕຸ​ງ, ​ເຊິ່ງ ສ​ເກົາຫຼີ​ ເອີ້ນ​ວ່າ Dokdo ສ່ວນ​ຍີ່​ປຸ່ນ ​ເອີ້ນ​ວ່າ Takeshima. ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ ມີ​ກຳ່​ປັ່ນ​ຂັບ​ໄລ່, ​ເຮືອບິນ​ເອລີກອບ​ແຕ, ​ເຮືອບິນ​ຮູ້​ຮົບ. ຝ່າຍ ສ​ເກົາຫຼີ ​ໃຫ້​ຮູ້​ວ່າ, ການ​ຊ້ອມ​ຮົບ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ທຸກ​ການ​ບຸກ​ໂຈມ​ຕີ​ຮຸກ​ຮານ​ຈາກ​ທະ​ເລ ​ແລະ ທາງ​ອາກາດ.

ປະຕິກິລິຍາ​ຕໍ່​ການ​ກະທຳ​ດັ່ງກ່າວ, ສະຖານທູດ​ຍີ່ປຸ່ນ​ ປະຈຳ ສ​ເກົາຫຼີ ​​ໄດ້້ສົ່ງ​ສານ​ຄັດ​ຄ້ານ​ເຖິງ​ກະຊວງ​ການ​ຕ່າງປະ​ເທ ສ​ເກົາຫຼີ​ ໃນ​ຕອນ​ຄຳ​ຂອງ​ວັນ​ດຽວ​ກັນ, ​ໃນ​ນັ້ນ​ເນັ້ນ​ໜັກ​ວ່າ ຝ່າຍ​ຍີ່ປຸ່ນ​ ຮູ້ສຶກ​ເສຍດາຍ​ຕໍ່​ການ​ກະທຳ​ຂອງ ສ​ເກົາຫຼີ ​ແລະ ອີກ​ເທື່ອ​ໜຶ່ງ​ກໍ່​ຢືນຢັນ​ອະທິປະ​ໄຕ​ຂອງ​ຕົນ​ທີ່​ມີ​ຕໍ່​ໝູ່​ເກາະ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ