ກອງທະຫານຊ່າງແສງ ຫວຽດນາມ ເປີດນຳໃຊ້ຄ້າຍອັດສະລິຍະຢູ່ Abyei

(VOVWORLD) - ນີ້ແມ່ນໂຄງການທຳອິດຂອງກອງທະຫານຊ່າງແສງ ຫວຽດນາມ ປະຕິບັດ, ເຊິ່ງສະແດງໃຫ້ເຫັນກຳລັງຄວາມສາມາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ເມື່ອຄະນະປະຕິບັດງານໄດ້ມອບໜ້າທີ່ກໍ່ສ້າງຄ້າຍອັດສະລິຍະ
ກອງທະຫານຊ່າງແສງ ຫວຽດນາມ ເປີດນຳໃຊ້ຄ້າຍອັດສະລິຍະຢູ່ Abyei - ảnh 1ພິທີເປີດນຳໃຊ້ຄ້າຍອັດສະລິຍະຢູ່ Highway
(ພາບ: QĐND)

ກອງທະຫານຊ່າງແສງ ຫວຽດນາມ ຫາກໍ່ປະກາດພິທີເປີດນຳໃຊ້ຄ້າຍອັດສະລິຍະຢູ່ Highway, ຂຶ້ນກັບຄະນະປະຕິບັດກຳລັງປ້ອງກັນຄວາມສະຫງົບຊົ່ວຄາວ ຂອງ ສປຊ ຢູ່ Abyei (UNISFA). ກ່າວຄຳເຫັນທີ່ພິທີ, ພັນເອກ ຫງວຽນຫວຽດຮຶງ, ຫົວໜ້າຜູ້ບັນຊາການກຳລັງຮັກສາສັນຕິພາບ ຫວຽດນາມ ປະຈຳ ຄະນະປະຕິບັດງານ UNISFA, ໃຫ້ຮູ້ວ່າ: ນີ້ແມ່ນໂຄງການທຳອິດຂອງກອງທະຫານຊ່າງແສງ ຫວຽດນາມ ປະຕິບັດ, ເຊິ່ງສະແດງໃຫ້ເຫັນກຳລັງຄວາມສາມາດ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ເມື່ອຄະນະປະຕິບັດງານໄດ້ມອບໜ້າທີ່ກໍ່ສ້າງຄ້າຍອັດສະລິຍະ.

        ທີ່ພິທີ, ທ່ານ Benjamin Olufemi Sawyerr, ຜູ້ຮັກສາການຫົວໜ້າ ທັງເປັນຜູ້ບັນຊາການຄະນະປະຕິບັດງານ, ເນັ້ນໜັກວ່າ: ເລື່ອງນຳ Highway - ເຊິ່ງແມ່ນບ່ອນທີ່ໂຊມໆກາຍເປັນຖານທີ່ໝັ້ນທັນສະໄໝ ແລະ ສວຍງາມທີ່ສຸດຂອງຄະນະປະຕິບັດງານແມ່ນໝາກຜົນທີ່ເປັນໜ້າເອກອ້າງທະນົງໃຈຂອງກອງທະຫານຊ່າງແສງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ