ກອງທະ​ຫານ​ຊ່າງແສງ​ເລກ​ 2 ຫວຽດ​ນາມ ກະ​ກຽມ​ຕ້ອນ​ຮັບ​ບຸນ​ເຕັດ ຢູ່ Abyei

(VOVWORLD) - ໃນຊຸມວັນທຳອິດຢູ່ຄະນະ UNISFA, ກອງທະຫານຊ່າງແສງເລກ 2ໄດ້ສ້າງແຜນການຈັດບັນດາການເຄື່ອນໄຫວໃນໂອກາດວັນບຸນຕ່າງໆ ໃນນັ້ນມີ ບຸນເຕັດປະຈຳຊາດ ຂອງ ຫວຽດນາມ.
ກອງທະ​ຫານ​ຊ່າງແສງ​ເລກ​ 2 ຫວຽດ​ນາມ ກະ​ກຽມ​ຕ້ອນ​ຮັບ​ບຸນ​ເຕັດ ຢູ່ Abyei - ảnh 1ກອງທະຫານຊ່າງແສງເລກ 2  ປະດັບປະດາຕ້ອນຮັບບຸນເຕັດ 

ຊຸມວັນຜ່ານມາ, ພະນັກງານ, ນັກຮົບ ກອງທະຫານຊ່າງແສງເລກ 2 ຫວຽດນາມ ຢູ່ຄະນະປະຕິບັດງານປ້ອງກັນຄວາມໝັ້ນຄົງ ຊົ່ວຄາວ ຂອງ ສປຊ ຢູ່ເຂດ Abyei, ເຊິ່ງແມ່ນເຂດຂັດແຍ້ງກັນລະຫວ່າງ ຊູດັງ ແລະ ຊູດັງໃຕ້ (UNISFA), ໄດ້ຈັດຫຼາຍການເຄື່ອນໄຫວຕ້ອນຮັບບຸນເຕັດປະຈຳຊາດປີ ມະໂລງ 2024. ຕາມທ່ານພັນຈັດຕະວາ ຫງວຽນເມົ້າຫວູ ພະນັກງານການເມືອງກອງທະຫານຊາງແສງ ເລກ 2 ຫວຽດນາມ ແລ້ວ, ໃນຊຸມວັນທຳອິດຢູ່ຄະນະ UNISFA, ກອງທະຫານຊ່າງແສງເລກ 2ໄດ້ສ້າງແຜນການຈັດບັນດາການເຄື່ອນໄຫວໃນໂອກາດວັນບຸນຕ່າງໆ ໃນນັ້ນມີ ບຸນເຕັດປະຈຳຊາດ ຂອງ ຫວຽດນາມ. ພິເສດ, ນັບແຕ່ຕົ້ນປີ 2024, ບຸນເຕັດປະຈຳຊາດ ໂດຍ ສປຊ ຮັບຮອງເອົາແມ່ນວັນພັກທາງການ. ດັ່ງນັ້ນ ໃນໂອກາດບຸນເຕັດມະໂລງ 2024, ກອງທະຫານຊ່າງແສງເລກ 2 ຫວຽດນາມ ໄດ້ມີແຜນການໃຫ້ແກ່ບັນດາການເຄື່ອນໄຫວຄື: ແຂ່ງຂັນຫໍ່ເຂົ້າຕົ້ມ, ແຂ່ງຂັນປະດັບປະດາສະຖານທີ່ຕ້ອນຮັບລະດູບານໃໝ່, ຕັ້ງຕົ້ນກະຖິນ, ຈັດການລະຫຼິ້ນພື້ນຖານ, ແຂ່ງຂັນກັນແຕ່ງກິນ… ບັນດາການເຄື່ອນໄຫວນີ້ຊ່ວຍໃຫ້ພະນັກງານ, ນັກຮົບ ຂອງກົມກອງ ມີຄວາມສະໜິດຕິດພັນກ່ວາ, ສ້າງບັນຍາກາດເບີກບານມ່ວນຊື່ນ, ປະຕິຊົມຊື່ນໃນກົມກອງ ເນື່ອງໃນໂອກາດຕ້ອນຮັບບຸນເຕັດເມື່ອລະດູບານໃໝ່ວຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ