ກອງບັນຊາການປ້ອງກັນຊາຍແດນສ້າງຕັ້ງບັນດາຄະນະກວດກາບັນດາເສັ້ນຊາຍແດນໂດຍດ່ວນ

(VOVWORLD) -ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ສ້າງຕັ້ງ 8 ຄະນະປະຕິບັດງານໂດຍດ່ວນ ເພື່ອລົງໄປກວດກາການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ຫຼາຍແຂວງ

ກອງບັນຊາການປ້ອງກັນຊາຍແດນສ້າງຕັ້ງບັນດາຄະນະກວດກາບັນດາເສັ້ນຊາຍແດນໂດຍດ່ວນ - ảnh 1ທີ່ກອງປະຊຸມ

(ພາບ: bienphong.com.vn)

ຕອນເຊົ້າວັນທີ 27 ກໍລະກົດ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ສ້າງຕັ້ງ 8 ຄະນະປະຕິບັດງານໂດຍດ່ວນ ເພື່ອລົງໄປກວດກາການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາແຂວງ: ລ້າງເຊີນ, ລາຍເຈົາ, ກາວບັ່ງ, ລ່າວກາຍ, ຮ່າຢາງ, ກວາງນິງ, ອານຢາງ ແລະ ໄຕນິງ. ພ້ອມກັນນັ້ນ, ວິທະຍາຄານປ້ອງກັນຊາຍແດນ ໄດ້ເພີ່ມກຳລັງນັກສຳມະນາກອນ 241 ຄົນໃຫ້ແກ່ທະຫານປ້ອງກັນຊາຍແດນບັນດາແຂວງ, ນະຄອນ ເພື່ອຮັດແໜ້ນ, ຄວບຄຸມຜູ້ໄປມາຜ່ານບັນດາດ່ານຊາຍແດນ, ເສັ້ນທາງນ້ອຍ, ທາງຊອຍຢູ່ທົ່ວເສັ້ນຊາຍແດນ. ໃນກອງປະຊຸມດ່ວນໃນວັນທີ 26 ກໍລະກົດ, ພົນຕີ ຮ່ວາງຊວັນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເນັ້ນໜັກວ່າ.

        “ກອງບັນຊາການໄດ້ອອກຄຳສັ່ງໃຫ້ເລັ່ງລັດການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບັນດາກົມກອງທະຫານປ້ອງກັນຊາຍແດນ ຕາມເນື້ອໃນຈິດໃຈຄຳສັ່ງເລກທີ 19 ຂອງນາຍົກລັດຖະມົນຕີ. ຈຸດສຸມແມ່ນບໍລິເວນ, ທາງນ້ອຍ, ທາງຊອຍທີ່ມີຜູ້ເຂົ້າ-ອອກເມືອງຢ່າງຜິດກົດໝາຍ ຫຼື ເຂດເກີດຄວາມສ່ຽງສູງ. ເພີ່ມທະວີວຽການໂຄສະນາ, ຂົນຂວາຍປະຊາຊົນ, ໂດຍສະເພາະແມ່ນຢູ່ເຂດຕິດກັບຊາຍແດນຢູ່ບໍລິເວນຊາຍແດນ 2 ປະເທດ. ສົມທົບກັບຕຳຫຼວດ, ອຳນາດການປົກຄອງທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອຮີບເຮັ່ງດຳເນີນການສືບສວນ ແລະ ດຳເນີນຄະດີພວກພາຄົນເຂົ້າ-ອອກເມືອງຢ່າງຜິດກົດໝາຍ.”

ຕອບກັບ

ຂ່າວ/ບົດ​ອື່ນ