ກອງປະຊຸມ SOM ASEAN - ລັດເຊຍຄັ້ງທີ 14

ກອງປະຊຸມ SOM ASEAN - ລັດເຊຍຄັ້ງທີ 14 - ảnh 1
ກອງປະຊຸມເຈົ້າໜ້າທີ່ອາວຸໂສຂັ້ນສູງ (SOM) ອາຊຽນ - ລັດເຊຍ ຄັ້ງທີ 14 
(ພາບ: ຮົ່ງແອງ, ກະຊວງການຕ່າງປະເທດ ຫວຽດນາມ)

(vovworld) - ໃນລະຫວ່າງວັນທີ 28 – 29/3, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສຂັ້ນສູງ (SOM) ອາຊຽນ - ລັດເຊຍ ຄັ້ງທີ 14 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Igor Morgulov, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ແລະ ທ່ານ ທອງພັນ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ. ສອງຝ່າຍໄດ້ຮັບຮູ້ບັນດາໝາກຜົນຕັ້ງໜ້າໃນເບື້ອງຕົ້ນດ້ວຍຫຼາຍໂຄງການຮ່ວມມືທີ່ໄດ້ຜັນຂະຫຍາຍໃນບັນດາຂົງເຂດ. ລັດເຊຍ ຕີລາຄາວ່າ ອາຊຽນ ແມ່ນອົງການພາກພື້ນບັນລຸຜົນສຳເລັດ, ມີຫຼາຍແງ່ຫວັງ ແລະ ປາດຖະໜາຢາກເຫັນ ອາຊຽນ ສາມັກຄີ, ສະຖຽນລະພາບ, ວັດທະນາຖາວອນ ແລະ ມີບົດບາດໃຈກາງໃນໂຄງປະກອບພາກພື້ນ ອາຊີ ປາຊີຟິກ. ບັນດາປະເທດ ອາຊຽນ ຫວັງວ່າ ລັດເຊຍ ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືໜູນຊ່ວຍ ອາຊຽນ ໃນວິວັດການກໍ່ສ້າງປະຊາຄົມ ແລະ ເພີ່ມທະວີທີ່ຕັ້ງບົດບາດຂອງ ອາຊຽນ ຢູ່ ພາກພື້ນ ແລະ ຢູ່ໃນໂລກ.

        ທີ່ກອງປະຊຸມ, ທ່ານ ຫງວຽນກວກຢູ້ງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນ ອາຊຽນ - ລັດເຊຍ ທີ່ເຄີຍໄດ້ຮັບການສ້າງຕັ້ງບົນພື້ນຖານນ້ຳໃຈມິດຕະພາບ ແລະ ຄວາມຕ້ອງການຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ.

ຂ່າວ/ບົດ​ອື່ນ