ກອງ​ປະ​ຊ​ຸມ AMM-56: ອາ​ຊຽນ-ນິວ​ຊີ​ແລນ ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ

(VOVWORLD) - ສອງຝ່າຍໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຮ່ວມມືດ້ານເສດຖະກິດພາກພື້ນ ຜ່ານການປະຕິບັດບັນດາສັນຍາການຄ້າເສລີພາກພື້ນຢ່າງມີປະສິດທິຜົນ.

    ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM)  ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ຈາກາກຕາ ປະເທດ ອິນໂດເນເຊຍ, ຕອນເຊົ້າວັນທີ 13 ກໍລະກົດ, ໄດ້ຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ນິວຊີແລນ ໂດຍພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ ແລະ ນິວຊີແລນ. ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະສັນ ຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມທັງການໜູນຊ່ວຍແຜນການເຄື່ອນໄຫວ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ນິວຊີແລນ (2021-2025) ແລະ ຜັນຂະຫຍາຍການປະຕິບັດຖະແຫຼງການຂອງບັນດານານນຳ ອາຊຽນ ກ່ຽວກັບການໂຮມ 4 ຂົງເຂດບຸລິມະສິດໃນວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP) ເຂົ້າໃນບັນດາກົນໄກ ໂດຍ ອາຊຽນ ນຳພາ.

    ກ່ຽວກັບການຮ່ວມມືດ້ານການເດີນເຮືອ, ສອງຝ່າຍໃຫ້ຄຳໝັ້ນສັນຍາ ຈະເພີ່ມທະວີການຮ່ວມມື, ລວມທັງການຮ່ວມມືດ້ານຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອ; ຍົກສູງກົດໝາຍສາກົນ, ລວມມືກົດບັດ ສປຊ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)  ປີ 1982.

   ກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ບັນດາຂົງເຂດອື່ນໆ, ສອງຝ່າຍໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຮ່ວມມືດ້ານເສດຖະກິດພາກພື້ນ ຜ່ານການປະຕິບັດບັນດາສັນຍາການຄ້າເສລີພາກພື້ນຢ່າງມີປະສິດທິຜົນ ຄື: ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ສັນຍາການຄ້າເສລີ ອາຊຽນ-ອົດສະຕາລີ-ນິວຊີແລນ (AANZFTA);

ຕອບກັບ

ຂ່າວ/ບົດ​ອື່ນ