ກອງປະຊຸມ APEC ຢູ່ອີນໂດເນເຊຍ ເລີ່ມເຄື່ອນໄຫວ

ກອງປະຊຸມ APEC ຢູ່ອີນໂດເນເຊຍ ເລີ່ມເຄື່ອນໄຫວ - ảnh 1
ເວທີ​ປາ​ໄສ​ການຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝີ​ກ
(ພາບ: TTXVN)


(vovworld) - ວັນ​ທີ 01 ຕຸລາ, ​ເວທີ​ປາ​ໄສ​ການຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຝີ​ກ (APEC) ​ເລີ່​ມ​ເຄື່ອນ​ໄຫ​ວ ດ້ວຍ​ບັນດາ​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຢູ່​ເກາະ ບາ​ລີ, ປະ​ເທດ​ອີນ​ໂດ​ເນ​ເຊຍ. ​ໃນ 2 ວັນ​ຈະ​ມາ​ເຖິງ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທີ່​ມາ​ຈາກ 21 ພື້ນຖານ​ເສດຖະກິດ​ສະມາຊິກ​ຂອງ APEC ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ເຊິ່ງຄາດ​ວ່າ​ຈະ​ໄດ້​ຮັບ​ການ​ແລ​ກປ່ຽນຈາກ​ບັນດາລັດຖະມົນຕີ​ໃນ​ກອງ​ປະຊຸມ​ຕ່າງໆ​​ແຕ່​ວັນ​ທີ 04 – 05 ຕຸລາ ຈະ​ມາ​ເຖິງ ກ່ອນ​ດຳ​ເນີນ​ກອງ​ປະຊຸມ​ຂັ້ນ​ສູງ​ປະຈຳ​ປີ APEC, ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 07 – 08 ຕຸລາ ຈະ​ມາ​ເຖິງ. ຕາມ​ບັນດາ​ເຈົ້າ​ໜ້າ​ທີ່​ແລ້ວ, ນອກ​ຈາກ​ເລື່ອງ​ອອກ​ຖະ​ແຫຼ​ງການ​ຮ່ວມ​ຕາມປົກກະຕິ, ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ນີ້, ບັນດາ​ການ​ນຳ APEC ກໍ່​ຈະ​ອອກ​ຖະ​ແຫຼ​ງການ​ສະບັບໜຶ່ງ​ເພື່ອ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ ​ແລະ ​ເປີດ​ກວ້າງ​ການຄ້າ ​ເພື່ອ​ແນ​ໃສ່​ຊຸກຍູ້​ເສດຖະກິດ​ເຕີບ​ໂຕ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ. ນອກຈາກ​ນັ້ນ, ກອງ​ປະຊຸມ​ກໍ່​ຈະ​ຮັບຮອງ​ເອົາ​ເລື່ອງ​ຕໍ່​ກຳນົດ​ເວລາ 1 ປີ (ຮອດ​ປີ 2016) ​​ແມ່ນ​ບໍ່​ກໍ່​ຮົ້ວກີດຂວາງ​ດ້ານ​ການ​ຄ້າ​ໃໝ່​ສຳລັບ​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ອີກ.

        ​ເນື່ອງ​ໃນ​ໂອກາດນີ້, ລັດຖະມົນຕີ​ກາ​ນຕ່າງປະ​ເທດ​ຫວຽດນາມ ມີ​ບົດ​ຂຽນ​ “25 ປີ​ແຫ່ງ​ການ​ຮ່ວມ​ມື APEC: ​ເພື່ອ​ອາຊີ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ກຳລັງ​ໜູນຂອງ​ການ​ເຕີບ​ໂຕ​ທົ່ວ​ໂລກ” ​ໃນ​ນັ້ນ​ຢືນຢັນ​ບົດບາດນຳ​ໜ້າ​ຂອງ APEC ​ໃນ​ການ​ຊຸກຍູ້​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ ​ແລະ ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ອາຊີ - ປາຊີ​ຝີ​ກ.

ຂ່າວ/ບົດ​ອື່ນ