ກອງປະຊຸມ APPF 26: ປຶກສາຫາລືບັນດາເນື້ອໃນດ້ານການເມືອງ,ຄວາມໝັ້ນຄົງ,ເສດຖະກິດ ແລະ ການຄ້າ

(VOVWORLD) -ວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF 26) ດ້ວຍຫົວຂໍ້ວ່າ “ການພົວພັນຄູ່ຮ່ວມມືລັດຖະສະພາເພື່ອສັນຕິພາບ, ການປະດິດຄິດສ້າງ ແລະ ການພັດທະນາແບບຍືນຍົງ” ໄດ້ກ້າວເຂົ້າສູ່ມື້ເຮັດວຽກທີ 2, ດ້ວຍວາລະປະຊຸມ 2 ຄັ້ງ.
ກອງປະຊຸມ APPF 26: ປຶກສາຫາລືບັນດາເນື້ອໃນດ້ານການເມືອງ,ຄວາມໝັ້ນຄົງ,ເສດຖະກິດ ແລະ ການຄ້າ - ảnh 1 (ກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາອາຊີ - ປາຊີຟິກ)

ທີ່ກອງປະຊຸມ: ບັນດາບັນຫາດ້ານການເມືອງ ແລະ ຄວາມໝັ້ນຄົງ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບການຊຸກຍູ້ການພົວພັນທາງການທູດລັດຖະສະພາເພື່ອສັນຕິພາບ, ຄວາມໝັ້ນຄົງ, ຄວາມວັດທະນາຖາວອນຢູ່ພາກພື້ນ ແລະ ໃນໂລກ; ຕໍ່ສູ້ປ້ອງກັນ, ຕ້ານການກໍ່ການຮ້າຍສາກົນ ແລະ ອາດຊະຍາກຳຂ້າມຊາດ.

        ທີ່ວາລະປະຊຸມບັນດາບັນຫາເສດຖະກິດ ແລະ ການຄ້າ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບ: ບົດລາຍງານໝາກຜົນກອງປະຊຸມ APEC 2017; ບົດບາດຂອງລັດຖະສະພາຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຮອບດ້ານ; ຄ້ຳປະກັນດ້ານທັນຍາຫານ ແລະ ການພັດທະນາກະສິກຳແບບຍືນຍົງ; ໜູນຊ່ວຍວິສາຫະກິດນ້ອຍສຸດ, ຂະໜາດນ້ອຍ ແລະ ຂະໜາດກາງ (MSME) ໃນສັງກາດດີຈີຕອນ. ວາລະປະຊຸມຄົບຄະນະທີ 2 ມຸ່ງໄປເຖິງເນື້ອໃນຮ່ວມມືດ້ານເສດຖະກິດຢູ່ພາກພື້ນອາຊີ - ປາຊີຟິກ, ແບ່ງປັນບັນດາທັດສະນະ ແລະ ການປະກອບສ່ວນຂອງລັດຖະສະພາເຂົ້າໃນຄວາມມານະພະຍາຍາມລວມຂອງພາກພື້ນ ເພື່ອແນໃສ່ເປີດກວ້າງການຮ່ວມມືດ້ານການຄ້າ, ການລົງທຶນ, ເພື່ອສັນຕິພາບ, ສະຖຽນລະພາບ…

ຕອບກັບ

ຂ່າວ/ບົດ​ອື່ນ