ກອງປະຊຸມ Shangri La 2018: ລັດຖະມົນຕີກະຊວງປ້ອງກັນປະເທດໂງຊວນລິກ ພົບປະ 2 ຝ່າຍ

(VOVWORLD) -ຕອນບ່າຍວັນທີ 02 ມິຖຸນາ, ຢູ່ນອກກອງປະຊຸມ Shangri La 2018 ຄັ້ງທີ 17, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ ໄດ້ມີບັນດາການພົບປະ 2 ຝ່າຍກັບບັນດາລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ, ຝລັ່ງ ແລະ ຍີ່ປຸ່ນ.

ກອງປະຊຸມ Shangri La 2018: ລັດຖະມົນຕີກະຊວງປ້ອງກັນປະເທດໂງຊວນລິກ ພົບປະ 2 ຝ່າຍ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລິກ

(ພາບປະກອບ: TTXVN)

 ທີ່ການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ Marise Payne, ລັດຖະມົນຕີ 2 ທ່ານໄດ້ຕີລາຄາສູງບັນດາການພັດທະນາຫວ່າງມໍ່ໆມານີ້ໃນການພົວພັນ 2 ຝ່າຍ. ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍສືບຕໍ່ໄດ້ຮອບັການຜັນຂະຫຍາຍຖືກຕາມຈິດໃຈຂອງບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມເມື່ອປີ 2010.

      ໃນການພົບປະ 2 ຝ່າຍກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera, ລັດຖະມົນຕີ 2 ທ່ານໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງຈະເພີ່ມທະວີການຮ່ວມມື 2 ຝ່າຍໃນທຸກຂົງເຂດຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮັກສາປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ; ແກ້ໄຂພົນຮ້າຍຢ້ອນຫຼັງຈາກສົງຄາມ; ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ…

      ທີ່ການພົບປະກັບຄູ່ຕຳແໜ່ງຝລັ່ງ Florence Parly, ທ່ານລັດຖະມົນຕີ ໂງຊວນລິກ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນຝລັ່ງ ເພີ່ມທະວີການຮ່ວມມືກັບອາຊຽນ. ລັດຖະມົນຕີ 2 ທ່ານກໍ່ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ 2 ຝ່າຍສືບຕໍ່ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະ ຊອກຫາກາລະໂອກາດຮ່ວມມືໃນບັນດາຂົງເຂດເຊິ່ງ 2 ຝ່າຍຕ່າງມີຄວາມສົນໃຈ ແລະ ມີທ່າແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ