ກອງປະຊຸມ Shangri- La 2018: ຫວຽດນາມ ຢືນຢັນຄວາມເປັນເຈົ້າຕົນ​ເອງແລະການຮ່ວມມື,ເຄົາລົບກົດໝາຍສາກົນ

(VOVWORLD) -ວັນທີ 2 ມີຖຸນາ, ກອງປະຊຸມ Sangri- La ຄັ້ງທີ 17 ໄດ້ດຳເນີນໄປຢູ່ ສິງກະໂປ ເລີ່ມຕົ້ນມື້ເຮັດວຽກທຳອິດຂອງກອງປະຊຸມ ດ້ວຍບັນດາວາລະປະຊຸມຄົບຄະນະ, ສຸມໃສ່ເຂົ້າຫລາຍເນື້ອໃນສຳຄັນ, ມີຜົນສະທ້ອນໂດຍກົງເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ. 
ກອງປະຊຸມ Shangri- La 2018: ຫວຽດນາມ ຢືນຢັນຄວາມເປັນເຈົ້າຕົນ​ເອງແລະການຮ່ວມມື,ເຄົາລົບກົດໝາຍສາກົນ - ảnh 1ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄຳເຫັນທີ່   ກອງປະຊຸມ 

ຕອນເຊົ້າວັນທີ 2 ມີຖຸນາ, ກ່າວຄຳເຫັນທີ່ກອງປະຊຸມ, ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເນັ້ນຫນັກເຖິງເອກະລາດ, ຄວາມເປັນເຈົ້າຕົນເອງ ແລະ ເພີ່ມທະວີການຮ່ວມມື, ເຄົາລົບກົດໝາຍສາກົນແມ່ນພື້ນຖານຂອງຄວາມໝັ້ນຄົງ, ສັນຕິພາບ ແລະ ພັດທະນາ. ກ່ຽວກັບບັນຫາຄວາມຂັດແຍ້ງອະທິປະໄຕ, ຜືນແຜ່ນດິນ, ການກໍ່ການຮ້າຍ… ທ່ານລັດຖະມົນຕີ ໂງຊວນລິກ ຖືວ່າ: ເລື່ອງບັນດາຝ່າຍກ່ຽວຂ້ອງພ້ອມກັນເຈລະຈາແກ້ໄຂຄວາມບໍ່ລົງລອຍກັນ, ຄວາມຂັດແຍ້ງໂດຍສັນຕິວິທີ, ຜ່ານການເຈລະຈາ, ແທນທີການສູ້ຢັນ, ນາບຂູ່ການນຳໃຊ້ອາວຸດຫລື ການກະທຳຕາມລຳພັງຝ່າຍດຽວແມ່ນເສັ້ນທາງດີສຸດ.

ທ່ານລັດຖະມົນຕີ ໂງຊວນລິກ ກໍ່ຢືນຢັນວ່າ: ໃນໂຄງສ້າງຄວາມໝັ້ນຄົງພາກພື້ນ ອາຊຽນ ແມ່ນແບບຢ່າງການຮ່ວມມື, ຮ່ວມສຳພັນຂອງບັນດາປະເທດຂະຫນາດກາງ ແລະ ນ້ອຍ ນັບມື້ນັບສວມບົດບາດຕັ້ງຫນ້າ ເປັນໃຈກາງໃຫ້ບັນດາຄວາມມານະພະຍາຍາມລວມ. ອາຊຽນ ກໍ່ໄດ້ປະກອບສ່ວນສ້າງໂຄງສ້າງຄວາມໝັ້ນຄົງ, ຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຂອງ ອາຊີ- ປາຊີຟິກ. ສຳລັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ໂງຊວນລິກ ອີກຄັ້ງຫນຶ່ງໄດ້ເນັ້ນຫນັກຢ່າງແຮງວ່າ ຫວຽດນາມ ຢຶດໝັ້ນ ແລະ ສະຫນັບສະຫນູນເລື່ອງແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ. ບັນດາຝ່າຍກ່ຽວຂ້ອງ ຄວນສະແດງຄວາມຮັບຜິດຊອບໃນການສ້າງຄວາມເປັນລະບຽບຮຽບຮ້ອຍຢູ່ທະເລ, ເພື່ອໃຫ້ທະເລກາຍເປັນເຂດທະເລສັນຕິພາບ, ຮ່ວມມື ແລະ ມິດຕະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ