ກອງປະຊຸມ Shangri La 2018: ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ

(VOVWORLD) -ໃນຂອບເຂດການເຂົ້າຮ່ວມກອງປະຊຸມ Shangri La ຄັ້ງທີ 17, ຢູ່ສິງກະໂປ, ຕອນເຊົ້າວັນທີ 01 ມິຖຸນາ, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ James Mattis.

ກອງປະຊຸມ Shangri La 2018: ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ - ảnh 1ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ

ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ James Mattis 

(ພາບ: thanhnien.vn)

ທີ່ການພົບປະ, ລັດຖະມົນຕີ 2 ທ່ານໄດ້ຖືວ່າ, ໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາ ໃນໄລຍະຜ່ານມາບັນລຸໄດ້ປະສິດທິຜົນແທດຈິງຫຼາຍຢ່າງ, ເໝາະສົມກັບການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບຢ່າງຍາວນານຢູ່ພາກພື້ນ ແລະ ໃນໂລກ. ບົນພື້ນຖານນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ James Mattis ສະເໜີໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ຄົ້ນຄວ້າລົງນາມໃນບັນດາເອກະສານທີ່ເໝາະສົມເປັນພື້ນຖານແກ່ການຜັນຂະຫຍາຍການຮ່ວມມື. ທ່ານລັດຖະມົນຕີ Mattis ໃຫ້ຮູ້ວ່າ, ອາເມລິກາ ພວມຄົ້ນຄວ້າມອບໂອນໃຫ້ຫວຽດນາມ ເຮືອບິນຝຶກແອບ ແລະ ເຄື່ອງອຸປະກອບອື່ນຈຳນວນໜຶ່ງທີ່ເໝາະສົມກັບຄວາມສາມາດ ແລະ ຄວາມຕ້ອງການຂອງ 2 ຝ່າຍ.

      2 ຝ່າຍກໍ່ເຫັນດີສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວ ໃຫ້ເໝາະສົມກັບບັນດາຂໍ້ຕົກລົງທີ່ໄດ້ລົງນາມ; ໃນນັ້ນໃຫ້ບຸລິມະສິດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮັກສາບັນດາກົນໄກເຈລະຈາ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ