ກອງປະຊຸມ ລັດຖະມົນຕີ ຖະແຫຼ່ງຂ່າວ ອາຊຽນ (AMRI) ຄັ້ງທີ 16 ຈະໄດ້ຈັດຂຶ້ນທີ່ ດານັງ, ຫວຽດນາມ ແຕ່ວັນທີ 20-23 ກັນຍາ

(VOVWORLD) - ຫົວຂໍ້ຫຼັກຂອງບັນດາກອງປະຊຸມແມ່ນ “ການສື່ສານ: ຈາກການຖະແຫຼ່ງຂ່າວສູ່ຄວາມຮູ້ ເພື່ອສະມາຄົມອາຊຽນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮັບມື”
 
ກອງປະຊຸມ ລັດຖະມົນຕີ ຖະແຫຼ່ງຂ່າວ ອາຊຽນ (AMRI) ຄັ້ງທີ 16 ຈະໄດ້ຈັດຂຶ້ນທີ່ ດານັງ, ຫວຽດນາມ ແຕ່ວັນທີ 20-23 ກັນຍາ - ảnh 1ການປະຊູມຖະແຫຼງຂ່າວ ກ່ຽວກັບກອງປະຊຸມຂອງ ອາຊຽນ
(ພາບ:VOV)

ກອງປະຊຸມ ລັດຖະມົນຕີ ຖະແຫຼ່ງຂ່າວ ອາຊຽນ (ASEAN) ຄັ້ງທີ 16 (16TH AMRI) ແລະ ກອງປະຊຸມ ລັດຖະມົນຕີ ຖະແຫຼ່ງຂ່າວ ອາຊຽນ+3 ຄັ້ງທີ 7 (AMRI+3) ແລະ ກອງປະຊຸມ ເຈົ້າໜ້າທີ່ອາວຸໂສທີ່ກ່ຽວຂ້ອງ ຈະໄດ້ຈັດຂຶ້ນແຕ່ວັນທີ 20-23 ກັນຍາ, ທີ່ນະຄອນ ດານັງ. ທີ່ການຖະແຫຼ່ງຂ່າວໃນຕອນບ່າຍວັນທີ 18 ກັນຍາ, ຢູ່ ດານັງ, ທ່ານ ຫງວຽນ ແທງ ເລິມ, ຮອງລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ຫວຽດນາມ, ໃຫ້ຮູ້ວ່າ: ຫົວຂໍ້ຫຼັກຂອງບັນດາກອງປະຊຸມແມ່ນ “ການສື່ສານ: ຈາກການຖະແຫຼ່ງຂ່າວສູ່ຄວາມຮູ້ ເພື່ອສະມາຄົມອາຊຽນສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮັບມື”. ຫົວຂໍ້ສະແດງເຖິງຈຸດເດັ່ນຂອງພາລະບົດບາດ, ພາລະກິດຂອງຂົງເຂດການສື່ສານມວນຊົນໄລຍະໃໝ່. ທ່ານ ຫງວຽນ ແທງ ເລິມ ເໜັ້ນໜັກ:

        ພວກເຮົາຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍ ແລະ ໂອກາດອັນຍິ່ງໃຫ່ ໃນການທີ່ຕ້ອງຜັນທ່າໄດ້ປຽບ ໄດ້ເຂົ້າເຖິງແຫຼ່ງຂ່າວຈາກຫຼາຍສົ້ນ ເພື່ອກາຍເປັນເຄື່ອງມືໜູນຊ່ວຍໃຫ້ແກ່ການພັດທະນາ, ຍົກສູງຄວາມສາມາດຂອງປະຊາຊົນ ແລະ ຊຸມຊົນ. ຈາກນັ້ນ, ກໍ່ໜູນຊ່ວຍຂັ້ນຕອນການອອກບັນດາຂໍ້ຕົກລົງ, ນະໂຍບາຍທີ່ຖືກຕ້ອງ. ຍ້ອນແນວນັ້ນ, ຍິ່ງກ່ວາເວລາໃດໝົດ, ຄວາມຕ້ອງການຖະແຫຼ່ງຂ່າວກາຍເປັນຄວາມຮູ້, ເປັນທັກສະໃນການດຳລົງຊີວິດ ເພື່ອຮັບມືກັບຕໍ່ກັບບັນດາບັນຫາລວມຂອງທົ່ວໂລກ ແມ່ນວຽກງານຈຳເປັນທີ່ສຸດ.

        ໃນຂອບເຂດກອງປະຊຸມ, ຍັງມີບັນດາກິດຈະກຳອື່ນໆ, ເຊັ່ນ: ກອງປະຊຸມ ລັດຖະມົນຕີ ຖະແຫຼ່ງຂ່າວ ສະມາຄົມອາຊຽນ+3 (ຈີນ, ສ.ເກົາຫຼີ, ຍີ່ປຸ່ນ) ຄັ້ງທີ 7; ເວທີປາໄສພາກພື້ນ ອາຊຽນ ກ່ຽວກັບການຮັບມື ແລະ ແກ້ໄຂຂ່າວປອມໃນອິນເຕີເນັດ, ກອງປະຊຸມສຳມະນາ ອາຊຽນ ກ່ຽວກັບການຫັນເປັນດິຈິຕອນໃນສື່ມວນຊົນ - ການສ້າງຄວາມຮູ້ດິຈິຕອນ…

ຕອບກັບ

ຂ່າວ/ບົດ​ອື່ນ