ກອງປະຊຸມ ເທື່ອທີ 6, ສະພາແຫ່ງຊາດຈະຕີລາຄາກາງສະໄຫມກ່ຽວກັບການພັດທະນາເສດຖະກິດ ສັງຄົມ

(VOVWORLD) -ໂດຍສືບຕໍ່ວາລະປະຊຸມຄັ້ງທີ 24 ຂອງຄະນະປະຈຳສະພາແຫ່ງຊາດ, ຕອນບ່າຍວັນທີ 14 ກໍລະກົດ ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ສະຫລຸບກອງປະຊຸມເທື່ອທີ 5 ແລະ ໃຫ້ຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມໃຫ້ກອງປະຊຸມເທື່ອທີ 6 ຂອງສະພາແຫ່ງຊາດ.

ກອງປະຊຸມ ເທື່ອທີ 6, ສະພາແຫ່ງຊາດຈະຕີລາຄາກາງສະໄຫມກ່ຽວກັບການພັດທະນາເສດຖະກິດ ສັງຄົມ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ:quochoi.vn

ໃນກອງປະຊຸມເທື່ອທີ 6, ຄາດວ່າ ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍ 9 ສະບັບ ແລະ ໃຫ້ຄຳເຫັນໃສ່ ຮ່າງກົດໝາຍ 8 ສະບັບ; ພິຈາລະນາ, ຕັດສິນບັນດາບັນຫາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2023 ແລະ ປີ 2024; ບົດລາຍງານຕີລາຄາກາງສະໄຫມ ກ່ຽວກັບການປະຕິບັດບັນດາແຜນການ ໄລຍະ 5 ປີ ຄືແຕ່ປີ 2021 – 2025 ກ່ຽວກັບການພັດທະນາເສດຖະກິດ -ສັງຄົມ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ການລົງທຶນພາກລັດໄລຍະກາງ, ການເງິນແຫ່ງຊາດ ແລະ ເລື່ອງກູ້ຢຶມ, ຊຳລະຂອງລັດ ແລະ ບັນຫາອື່ນອີກ. ຄາດວ່າ ກອງປະຊຸມເທື່ອທີ 6 ຂອງສະພາແຫ່ງຊາດ ຈະເຄື່ອນໄຫວມາເປັນເວລາ 23 ວັນ, ແລະໄຂຂຶ້ນໃນວັນທີ 23 ຕຸລາ.

ກ່າວຄຳເຫັນອັດວາລະປະຊຸມຄັ້ງທີ 24 ຂອງຄະນະປະຈຳແຫ່ງຊາດ, ທ່ານ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເຫນີ ຄະນະປະຈຳສະພາແຫ່ງຊາດ ສ້າງສຳເລັດມະຕິກ່ຽວກັບການສັບຊ້ອນບັນດາຫົວຫນ່ວຍບໍລິຫານຂັ້ນເມືອງ, ຂັ້ນຕາແສງ ໄລຍະ 2023 – 2030 ແລະ ກະກຽມກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດໃນເດືອນ ສິງຫາ ຈະມາເຖິງ ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ