ກອງປະຊຸມG20ເຫັນດີກັບຈຸດໝາຍການເຕີບໂຕເສດຖະກິດ,ວຽກເຮັດງານທຳ

ກອງປະຊຸມG20ເຫັນດີກັບຈຸດໝາຍການເຕີບໂຕເສດຖະກິດ,ວຽກເຮັດງານທຳ - ảnh 1
ກອງ​ປ​ະ​ຊຸມ​ສຸດ​ຍອດG20
ພາບ:vtv.vn

(vovworld)-​​ ຕອນ​ບ່າຍ​ວັນ​ທີ 16/11, ກອງ​ປ​ະ​ຊຸມ​ສຸດ​ຍອດ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ ແລະ ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ ຫລື G20 ໄດ້​ອັດ​ລົງ​ພາຍ​ຫລັງ​ປະ​ຊຸມ​ມາ​ເປັນ​ເວ​ລາ 2 ວັນ ທີ່​ເມືອງ​ເອກ Brisbane ລັດ Queensland ປະ​ເທດ ອົດ​ສະ​ຕາ​ລີ. ຖະ​ແຫລງ​ຮ່ວມ​ຂອງກອງ​ປະ​ຊຸມ​ໃຫ້​ຮູ້​ວ່າ : G20 ວາງ​ຈຸດ​ໝາຍ​ຍົກ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ GDP ຂອງ​ກຸ່ມ​ເພີ່ມ​ຂຶ້ນ​ຕື່ມ​ອີກ 2% ໃນ​5 ປີ​ຈະ​ມາ​ເຖິງ. ນອກນັ້ນ ຊີ້​ແຈ້ງ​ບັນ​ດາ​ມາດ​ຕະ​ການ​ຍູ້​ແຮງ​ການ​ລົງ​ທຶນ, ແກ້ງ​ແຍ້ງ, ການ​ຄ້າ, ສ້າງວຽ​ກ​ເຮັດ​ງານ​ທຳ ແລະ ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ ຈະ​ຫນູນ​ຊ່ວຍ​ໃຫ້​ແກ່​ການ​ພັດ​ທະ​ນາ, ການ​ເຕີບ​ໂຕ​ກໍ​ຄື​ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ອຶດ​ຫິວ​ທຸກ​ຍາກ, ຄວາມ​ສະ​ເຫມີ​ພາບ​. G20  ໄດ້​ວາງ​ອອກ​ຫລາຍ​ມາດ​ຕະ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ ແລະ ສ້າງວຽ​ກ​ເຮັດ​ງານ​ທຳ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ພາຍ​ຫລັງ​ອັດ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດສະຕາລີ  Tony Abbott ໃຫ້​ຮູ້​ວ່າ: ບັນ​ດາ​ສະ​ມາ​ຊິກ G20 ເຊື່ອ​ໝັ້ນ​ວ່າ ຖ້າ​ຫາກ​ພ້ອມ​ກັນ​ຮ່ວມ​ມື, ເຂົາ​ເຈົ້າ​ສາ​ມາດ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ທີ່​ວາງ​ອອກ ແລະ ມີ​ການ​ກະ​ທຳ​ຫລາຍກວ່າ​ອີກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ທົ່ວ​ໂລກ.

 

 

ຂ່າວ/ບົດ​ອື່ນ