ກອງປະຊຸມSOM ASEANຢູ່ລາວປຶກສາຫາລືຫຼາຍບັນຫາສຳຄັນ

ກອງປະຊຸມSOM ASEANຢູ່ລາວປຶກສາຫາລືຫຼາຍບັນຫາສຳຄັນ - ảnh 1
ຮູບຖ່າຍຈາກກອງປະຊຸມ
(ພາບ: Phạm Kiên/ນັກຂ່າວTTXVNປະຈຳລາວ

(vovworld) –  ວັນ​ທີ 26/2, ຢູ່​ນະຄອນຫຼວງ ວຽງ​ຈັນ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ອາ​ຊຽນ ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ວົງ​ແຄບ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ຊຽນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ຫົວໜ້າ SOM ASEAN ຂອງ 10 ປະ​ເທດ​ພາຄີ, ຜູ້ຕາງໜ້າ​ຄະນະ​ເລຂາ ອາ​ຊຽນ. ຄະນະຜູ້​ແທນ ຫວຽດນາມ ​ໂດຍ​ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ​ເປັນ​ຫົວໜ້າ​ຄະນະ.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລາວ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ກອງ​ປະຊຸມ​​ແມ່ນ​ເພື່ອ​ກະກຽ​ມ​ໃຫ້​ກອງ​ປະຊຸມ​ວົ​ງ​ແຄບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຈັດ​ຕັ້ງ​ໃນ​ວັນ​ທີ 27/2​. ​ໃນ​ໜຶ່ງ​ວັນ​ດຳ​​ເນີນ​ກອງ​ປະຊຸມ, ບັນດາ​ເຈົ້າ​ໜ້າ​ທີ່ SOM ASEAN ປຶກສາ​ຫາລື​ຫຼາຍ​ບັນຫາ​ສຳຄັນ, ພິ​ເສດ​ແມ່ນ​ວິທີ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ປະຕິບັດ​ວິ​ໄສ​ທັດ​ປະ​ຊາ​ຄົມ ອາ​ຊຽນ 2025 ຢ່າງ​ມີ​ປະ​ສິດທິ​ຜົນ, ລວມມີ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ສັງ​ລວມປະຊາ​ຄົມ​ການ​ເມືອງ ອາ​ຊຽນ ກໍ່​ຄື​ບັນດາ​ການ​ພົວພັນ​ກັບ​ຄູ່​ຮ່ວມ​ມື, ຄູ່​ເຈລະຈາ ອາ​ຊຽນ. ກອງ​ປະຊຸມ​ກໍ​ປະກາດ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​​ແຜນການ​ເຊື່ອມ​ຕໍ່ ອາ​ຊຽນ ພາຍຫຼັງ​ປີ 2015​ ​ແລະ ກະກຽມ​ໃຫ້​​ແກ່​ຂໍ້​ລິ​ເລີ່​ມ​ເຊື່ອມ​ຕໍ່ ອາ​ຊຽນ ​ໄລຍະ 3.

ຂ່າວ/ບົດ​ອື່ນ