ກອງປະຊຸມSOM1 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມSOM1 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ - ảnh 1
ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ
(ພາບ: TTXVN)

(vovworld) - ວັນ​ທີ 27/02 ຢູ່​ນະຄອນ ຍາ​ຈາງ, ກອງ​ປະຊຸມ​ບັນດາເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາ​ຊີ - ປາຊີ​ຟິກຄັ້ງ​ທີ 1  ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງກ້າວ​ເຂົ້າ​ວັນ​ເຮັດ​ວຽກ​ທີ 10. ​ໃນ​ວັນ​ທີ 27/02 ບັນດາ​ຜູ້​ແທນ​ສືບ​ຕໍ່​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ: ຄູ່​ຮ່ວມ​ມື​ນະ​ໂຍບາຍ​ກ່ຽວກັບ​ຄວາມໝັ້ນຄົງ​ດ້ານ​ສະບຽງ​ອາຫານ (PPFS); ກຸ່ມ​ປະຕິບັດ​ງານ​ກ່ຽວ​ກັບ​ອາຊີບ​ຫາ​ປາ ​ແລະ ມະຫາ​ສະໝຸດ (OFWG); ຄະນະ​ກຳມະການ​ເສດຖະກິດ (EC); ຄະນະ​ກຳມະການ​ການ​ຄ້າ ​ແລະ ການ​ລົງທຶນ​ (CTI); ຄະນະ​ກຳມະການ​ຊີ້​ນຳ SOM ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານເສດຖະກິດ​​ເຕັກນິກ​ (SCE), ຄະນະ​ກຳມະການ​ຄຸ້ມ​ຄອງງົບປະມາ​ນ. ກອງ​ປະຊຸມ​ບັນດາເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາ​ຊີ - ປາຊີ​ຟິກຄັ້ງ​ທີ 1  ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນ ຍາ​ຈາງ ​ໃນ​ລະ​ຫວ່າງ​ວັນ​ທີ 18/02 – 03/03/2017. ກອງ​ປະຊຸມ​ບັນດາ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສຄັ້ງ​ທີ 1 ​(SOM1) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງຈະ​ຫັນ​ບັນດາ​ເນື້ອ​ໃນ​ເປັນ​ລະອຽດ, ສະ​ເໜີ​ບັນດາ​ຂໍ້​ລິ​ເລີ່​ມ ​ເພື່ອ​ຜັນ​ຂະຫຍາຍ​ບຸລິມະສິດ​ຂອງ​ປີ APEC 2017 ກ່ຽວ​ກັບ​ເລື່ອງ​ຊຸກຍູ້​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ຄົງ; ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງກັນ, ມີ​ຫົວຄິດ​ປະດິດ​ສ້າງຂອງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລ​ະ ນ້ອຍ; ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ກະສິກຳ​​ແບບ​ຍືນ​ຍົງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ