ກອງປະຊຸມTPPກັບຫວຽດນາມ: ຈາກການໃຫ້ສັດຕະຍາບັນຕະຫຼອດຮອດການປະຕິບັດ

ກອງປະຊຸມTPPກັບຫວຽດນາມ: ຈາກການໃຫ້ສັດຕະຍາບັນຕະຫຼອດຮອດການປະຕິບັດ - ảnh 1
ກອງປະຊຸມ TPP ກັບຫວຽດນາມ
(ພາບ: TTXVN)


(vovworld) –​ ກອງ​ປະ​ຊຸມ​ສັນ​ຍາ​ຄູ່​ຮ່ວ​ມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ​ກັບ​ຫວຽດ​ນາມ: ຈາກ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຕະ​ຫຼ​ອດ​ຮອດ​ການ​ປະ​ຕິ​ບັດ ໂດຍ​​ກຳ​ມາ​ທິ​ການ​​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ອົງ​ການ​ພັດ​ທະ​ນາ​ອາ​ເມ​ລິກ​​າ (USAID) ສົມ​ທົບ​ກັນ​ຈັດ​ຕັ້ງ​ໃນ​ວັນ​ທີ 04/03 ຢູ່ແຂວງ ວິ້ງ​ຟຸ໋ກ. ກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ສະ​ໜອງ​ຂໍ້​ມ​ູນ​ຂ່າວ​ຮອບ​ດ້ານ​ກ່ຽວ​ກັບ​ເນື້ອ​ໃນ​ພື້ນ​ຖານ​ຂອ​ງ​ສັນ​ຍາ TPP; ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ TPP; ກາ​ລ​ະ​ໂອກ​າດ ແລະ ສິ່ງ​ທ້າ​ທາຍ​ຂອງ​ຫວຽດ​ນາມ ເມື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ​ສັນ​ຍາ TPP. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ​ ຕ່ອງ​ທິ​ຟ໋ອງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເນັ້ນ​ໜັກ​ວ່າ: ກອງ​ປ​ະ​ຊຸມ​ໄດ້​ດຳ​ເນີນ​ກົງ​ກັບ​ໂອ​ກາດ​ສັນ​ຍາ TPP ​ຫາ​ກໍ​ໄດ້​ຮັບ​ການ​ລົງ​ນາມ​​ຢ່າງ​ເປັນ​ທາງ​ການ​ພາຍຫລັງໃນ​ຫຼາຍ​ປີ​ທີ່​​ດຳ​ເນີນ​ການ​ເຈ​ລະ​ຈາ. ນີ້​ແມ່ນ​ການຢັ້ງ​ຢືນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ບັນ​ດາ່​ຝ່າຍ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈ​າ, ລົງ​ນາມ. ສຳ​ລັບ​ຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຢ່າງ​ແຮງ ດ້ວຍ​ຈ​ິດ​ໃຈ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ. ພິ​ເສດ, ສັນ​ຍາ TPP ເຊິ່ງ​ຫວຽດ​ນາມ ເຂົ້າ​ຮ່ວມ​ຈະ​ນຳ​ມາ​ເຊິ່ງ​ບັນ​ດາ​ສິ່ງ​ສະ​ດວກ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ການ​ເປີດ​ກວ້າງ​ຕະ​ຫຼາດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ກັບ ອາ​ເມ​ລິ​ກາ ແລະ ບັນ​ດາ​ຄູ່​ຮ່ວມ​ມື​​ແຖ​ວ​ໜ້າໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ; ສືບຕໍ່​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ດຶງ​ດູດ​ການ​ລົງ​ທຶນ​ຕ່າງ​ປະ​ເທ​ດ​ເຂົ້າ​ຫວຽດ​ນາມ.

      ໃນ​ລະ​ຫວ່າງວັນ​ທີ 04 – 05/03, ກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ​ສຳ​ລັບ​ຫວຽດ​ນາມ ເມື່ອ​ເຂົ້າ​ຮ່ວມ​ສັນ​ຍາ TPP; ເລື່ອງ​ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ TPP ແລະ ບັນ​ດາ​ບັນ​ຫາ​ທີ່​ໄດ້​ວ​າງ​ອອກ ເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ່ງ, ​ປັບ​ປຸງລະ​ບອບ ແລະ ກຳ​ລັງ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ກົດ​ໝາຍ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ TPP…

ຂ່າວ/ບົດ​ອື່ນ