ກອງປະຊຸມການຕ່າງປະເທດຄັ້ງທີ 32: ຂະແໜງການຕ່າງປະເທດຕ້ອງສືບຕໍ່ຫັນປ່ຽນຢ່າງເຂັ້ມແຂງກວ່າ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ ໄດ້ເນັ້ນໜັກຄວາມຈຳເປັນຕ້ອງຍົກສູງ, ພັດທະນາຂະແໜງການຕ່າງປະເທດ ຫວຽດນາມ
ກອງປະຊຸມການຕ່າງປະເທດຄັ້ງທີ 32: ຂະແໜງການຕ່າງປະເທດຕ້ອງສືບຕໍ່ຫັນປ່ຽນຢ່າງເຂັ້ມແຂງກວ່າ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ
(ພາບ: TTXVN)

        ຕອນເຊົ້າວັນທີ 22 ທັນວາ, ໃນຂອບເຂດກອງປະຊຸມການຕ່າງປະເທດຄັ້ງທີ 32, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມຄົບຄະນະກ່ຽວກັບການສ້າງ, ພັດທະນາຂະແໜງ. ທີ່ວາລະປະຊຸມ, ການນຳກະຊວງ, ຂະແໜງການຈຳນວນໜຶ່ງ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າອົງການການທູດໄດ້ຍົກອອກບົດຮຽນຂອງບາງປະເທດ, ເພື່ອປະກອບສ່ວນສ້າງ ແລະ ພັດທະນາຂະແໜງການທູດ; ສະເໜີກ່ຽວກັບສຳນັກງານ, ເຄື່ອງອຸປະກອນຂອງອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ບັນຈຸພະນັກງານ, ມາດຕະຖານນະໂຍບາຍ, ລະບອບສຳລັບພະນັກງານຂະແໜງການທູດ.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ ໄດ້ເນັ້ນໜັກຄວາມຈຳເປັນຕ້ອງຍົກສູງ, ພັດທະນາຂະແໜງການຕ່າງປະເທດ ຫວຽດນາມ; ສະເໜີໃຫ້ຂະແໜງການຕ່າງປະເທດ ຫວຽດນາມ ໃນປີ 2024 ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ເພື່ອຫັນປ່ຽນໃຫ້ເຂັ້ມແຂງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ