ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ11ກ່ຽວກັບການເຊື່ອມຕໍ່ເສດຖະກິດຫວຽດນາມ-ສິງກະໂປ

ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ11ກ່ຽວກັບການເຊື່ອມຕໍ່ເສດຖະກິດຫວຽດນາມ-ສິງກະໂປ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:http://baodautu.vn

(vovworld)-​ ວັນ​ທີ 17/4, ກ​ອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 11 ກ່ຽວ​ກັບ​ການ​ເຊ​ື່ອມ​ຕໍ່ ເສດ​ຖະ​ກິດ ຫວຽດ​ນາມ - ສິງ​ກະ​ໂປ ຖືກ​ຈັດ​ຂຶ້ນ​ຢູ່ ເຂດ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ Laguna ເມືອງ ຟູ​ໂລກ ແຂວງ ເທື່ອ​ທຽນ​ເຫ້ວ. ທ່ານ ບຸ່ຍກວາງວີງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ  ແລະ ທ່ານ Lim Hng Kiang, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ​້າ ສິງ​ກະ​ໂປ ເປັນ​ປະ​ທານກອງ​ປະ​ຊ​ຸມ.

        ທີ່ກອງ​ປະ​ຊຸມ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ ແລະ ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ 6 ຂົງ​ເຂດ​ຮ່ວມ​ມື ນັບ​ແຕ່​ເມື່ອກອງ​ປະ​ຊຸມ​ຄັ້ງ​ທີ 10 ຈັດ​ຂຶ້ນ​ຢູ່ ສິງ​ກະ​ໂປ ເມື່ອ​ເດືອນ 4/2014 ມາ​ຮອດ​ປະ​ຈຸ​ບັນ ພ້ອມ​ທັງ​ແລກ​ປ່ຽນ, ສະ​ເຫນີ​ບັນ​ດາ​ມາດ​ຕະ​ການ, ຮູບ​ການ​ຮ່ວມ​ມື​ເພື່ອ​ເພີ່ມ​ທະ​ວີ ແລະ​ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງກວ່າ.

ຂ່າວ/ບົດ​ອື່ນ