ກອງ​ປະ​ຊຸມ​​ຂັ້ນ​ສູງ ອາຟະລິກາ ກ່ຽວ​ກັບ​ການ​ຕ້ານການກໍ່​ກາ​ນ​ຮ້າຍ​ໄດ້​ໄຂ​ຢູ່ປະ​ເທດ ເຄັນ​ຢາ

(VOVWORLD) -ກອງປະຊຸມຂັ້ນສູງພາກພື້ນ ອາຟະລິກາ ກ່ຽວກັບການຕ້ານການກໍ່ການຮ້າຍໄດ້ໄຂຂຶ້ນຢູ່ ນະຄອນຫຼວງ ນາຍໂຣບີ ປະເທດ ເຄັນຢາ ໃນວັນທີ 10 ກໍລະກົດ ດ້ວຍຄຳຮຽກຮ້ອງ ຄວາມມານະພະຍາຍາມລວມເພື່ອແນໃສ່ສະກັດກັ້ນໄພນາບຂູ່ຕໍ່ການພັດທະນາ, ສັນຕິພາບ ແລະ ສະຖຽນລະພາບຂອງ ທະວີບ.

ກອງປະຊຸມດັ່ງກ່າວດຳເນີນເປັນເວລາ 2 ວັນ ໂດຍສະຫະປະຊາຊາດ ແລະ ປະເທດ ເຄັນຢາ ໄດ້ສົມທົບກັນຈັດຕັ້ງຂຶ້ນ, ໂດຍມີການເຂົ້າຮ່ວມຂອງບັນດາການນຳດ້ານການເມືອງ, ບັນດານັກວາງແຜນນະໂຍບາຍຂັ້ນສູງ ແລະ ນັກຊ່ຽວຊານດ້ານປ້ອງກັນຄວາມສະຫງົບ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ ໃຫ້ຮູ້ວ່າ ໄພນາບຂູ່ຈາກການກໍ່ການຮ້າຍພວມແຜ່ລາມອອກຢ່າງກ້ວາງຂວາງຢູ່ ທະວີບ ອາຟະລິກາແລະ ສ້າງສະພາບການບໍ່ສະຫງົບໃນທົ່ວພາກພື້ນ. ທ່ານ Guterres ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນຄວນເພີ່ມທະວີການສະໜັບສະໜູນດ້ານການເງິນ ແລະ ເຕັກນິກເພື່ອຊ່ວຍໃຫ້ບັນດາປະເທດ ອາຟະລິກາ ສະກັດກັ້ນໄພນາບຂູ່ຈາກການກໍ່ການຮ້າຍ.

        ສ່ວນທ່ານປະທານາທິບໍດີ ເຄັນຢາ Uhuru Kenyatta ໄດ້ກະຕຸກຊຸກຍູ້ໃຫ້ບັນດາປະເທດໃນພາກພື້ນເພີ່ມທະວີການຕິດຕາມກວດກາເຂດຊາຍແດນ, ຍົກສູງຄວາມຮັບຮູ້ໃຫ້ປະຊາຄົມເພື່ອແນໃສ່ເຮັດໃຫ້ ລັດທິກໍ່ການຮ້າຍຖືກປະລາໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ