ກອງປະຊຸມຂັ້ນສູງອາຊຽນກັບບັນດາຄູ່ຮ່ວມມືຍີ່ປຸ່ນ-ສ.ເກົາຫຼີ-ສປຊ

ກອງປະຊຸມຂັ້ນສູງອາຊຽນກັບບັນດາຄູ່ຮ່ວມມືຍີ່ປຸ່ນ-ສ.ເກົາຫຼີ-ສປຊ - ảnh 1
( ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ສ.​ເກົາຫຼີ ຄັ້ງ​ທີ 17 )

(vovworld) – ​ ​ໃນ​ຂອບ​ເຂດ​ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ​ຕ່າງໆ, ຕອນ​ບ່າຍ​ວັນ​ທີ 22/11 ຢູ່​ກົວ​ລາ​ລຳ​ເປີ, ມາ​ເລ​ເຊຍ ສືບ​ຕໍ່​ດຳ​ເນີນ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ຍີ່ປຸ່ນ ຄັ້ງ​ທີ 18, ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ສ.​ເກົາຫຼີ ຄັ້ງ​ທີ 17 ​ແລະ ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ສປຊ ຄັ້ງ​ທີ 7. ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ໋ນຢຸງ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ກອງ​ປະຊຸມ​ດັ່ງກ່າວ. ກ່າວ​ຄຳ​ເຫັນ​ທີ່ບັນດາ​ກອງ​ປະຊຸມຂັ້ນ​ສູງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເນັ້ນ​ໜັກວ່າ: ​ເລື່ອງ​ຮັກສາ​ສັນຕິພາບ, ຄວາມ​ສະຫງົບປອດ​ໄພ, ສະຖຽນລະ​ພາບ​ແມ່ນ​ສຳຄັນ​ ​ແລະ ຈຳ​ເປັນ​ທີ່​ສຸດ ໃນ​ສະພາວະມີ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ພວມ​ເກີດ​ຂຶ້ນ​​ນັບ​ມື້​ນັບຂ້ຽວຂາດ.

        ທີ່​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ຍີ່ປຸ່ນ, ​ການ​ນຳທຸກ​ທ່ານ​ໄດ້​ຕີ​ລາຄາ​ສູງບັນດາໝາກຜົນຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ວິ​ໄສ​ທັດ​ຮ່ວມ​ມື ​ແລະ ມິດຕະພາບ ອາ​ຊຽນ - ຍີ່ປຸ່ນ ທີ່​ໄດ້​ຮັບຮອງ​ເອົາ​ໃນ​ປີ 2013 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງການ​ພົວພັນ ອາ​ຊຽນ - ຍີ່ປຸ່ນ. 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຍົກວົງ​​ເງິນການ​ຄ້າ ​ແລະ ການ​ລົງທຶນ​ຂຶ້ນ​ທົບ 2 ​ເທົ່າ​ໃນ​ປີ 2022, ຊົມ​ເຊີຍ​ບັນດາ​ຄວາມ​ຄືບ​ໜ້າ​ຜັນ​ຂະຫຍາຍ​ຂັ້ນ​ຕອນຮ່ວມມືດ້ານ​ເສດຖະກິດ​ໄລຍະ 10 ປີ ອາ​ຊຽນ - ຍີ່ປຸ່ນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສະຫງວນ​ບຸລິມະສິດ​ໃຫ້​​ແກ່​ການ​ຮ່ວມ​ມື ​ແລະ ​ເຊື່ອມ​ຕໍ່, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ, ຊຸກຍູ້​ການ​ຮ່ວມ​ມື​ເຂດອະນຸ​ພາກ​ພື້ນ ​ໂດຍ​ຜ່ານການ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ ​ໂຕ​ກຽວ 2015 ກ່ຽວ​ກັບ​ການ​ຮ່ວມ​ມື​​ແມ່​ຂອງ - ຍີ່ປຸ່ນ. 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຕໍ່ສູ້​ຕ້ານກໍ່​ການ​ຮ້າຍ ​ແລະ ອາດຊະຍາ​ກຳ​ຂ້າມ​ຊາດ ​ແລະ ຈະ​ຜັນຂະຫຍາຍ​ບັນດາ​ແຜນການ​ປະຕິບັດ​ງານ​ທີ່​ກ່ຽວຂ້ອງ​ໂດຍ​ໄວ.

        ທີ່​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ສ.​ເກົາຫຼີ, ບັນດາ​ການ​ນຳ​ຮັບ​ຮູ້​ໝາກ​ຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ​ແຜນການ​ດຳ​ເນີນ​ງານ​ໄລຍະ 2011 – 2015 ​ແລະ ຊົມ​ເຊີຍ​ເລື່ອງ​ຮັບຮອງ​ເອົາ​ແຜນການ​ດຳ​ເນີນ​ງານ​ໄລຍະ 2016 – 2020. ກອງ​ປະຊຸມ​ຂັ້ນ​ສູງ ຮັບ​ຮູ້​ບາດກ້າວຄືບ​ໜ້າ​ໃນ​ການ​ຄ້າ 2 ສົ້ນ ອາ​ຊຽນ - ສ.​ເກົາຫຼີ ຢ່າງ​ຕັ້ງໜ້າ. ສ.​ເກົາ​ຫຼີ ສືບ​ຕໍ່​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 5 ຂອງ ອາ​ຊຽນ ນັບ​ແຕ່​ປີ 2010 ​ແລະ ​ເປັນ​ປະ​ເທດ​ມີ​ການ​ລົງ​ທຶນ​ໃຫຍ່​ອັນ​ດັບ 6 ​ເຂົ້າ ອາ​ຊຽນ. 2 ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອກະສັນຕໍ່ ບັນດາ​ບຸລິມະສິດ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ມີການຫລຸດຜ່ອນ​ຜົນ​ກະທົບ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການຄຸ້ມ​ຄອງ​ປ່າ​ໄມ້​ໃຫ້​ໝັ້ນຄົງ, ການ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່​ມວນ​ຊົນ, ພົບ​ປະ​ແລກປ່ຽນ​ປະຊາຊົນ, ຮັດ​ແຄບ​ຊ່ອງ​ວ່າງ​ແຫ່ງ​ການ​ພັດທະນາ.

        ທີ່​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ສປຊ, ບັນດາ​ຝ່າຍ​ເນັ້ນ​ໜັກ​ເຖິງ ການ​ພົວພັນ​ ​ລະຫວ່າງ​ໂຄງການ​ດຳ​ເນີນ​ງານ 2030 ຂອງ ສປຊ ກັບ​ວິ​ໄສ​ທັດ​ປະຊາ​ຄົມ ອາ​ຊຽນ 2025 ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ໃຫ້​ຄຳ​ໝັ້ນ​ສັນຍາ​ປັບປຸງ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ ອາ​ຊຽນ - ສປຊ ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ຄວາມ​ສະຫງົບປອກ​ໄພ ​ແລະ ຄວາມ​ວັດທະນາ​ຖາວອນຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກໍ​ຄື​ຊຸກຍູ້​ໂຄງ​ປະກອບ​ພາກ​ພື້ນ ​ໂດຍ ອາ​ຊຽນ ​ເປັນ​ບົດບາດ​ໃຈກາງ. ກອງ​ປະຊຸມ​ກ່າວ​ປະນາມ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ມີ​ຂອບ​ຂະໜາດ​ໃຫຍ່ ທີ່ດຳ​ເນີນ​​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ​ເນັ້ນ​ໜັກ​ຄວາມ​​ຕ້ອງການ​ເພີ່ມ​ທະວີ​ມານະ​ພະຍາຍາມ​ຮ່ວມ​ຕໍ່ສູ້​ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດທີ່​ມີ​ການ​ຈັດ​ຕັ້ງ ​ແລະ ການກໍ່​ການ​ຮ້າຍ​ດ້ວຍ​ທຸກຮູບ​ການ ​ແລະ ການປະກົດ​ການ. ບັນດາ​ການ​ນຳ ອາ​ຊຽນ ຊົມ​ເຊີຍການ​ປະກອບສ່ວນ​ຂອງ ສປຊ ​ໃນ​ການຊຸກຍູ້​ການ​ເຊື່ອມ​ຕໍ່ ອາ​ຊຽນ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ, ຄົມມະນາຄົມ, ພະລັງງານ, ວິ​ທະ​ຍາ​ສາດ - ​ເຕັກ​ໂນ​ໂລ​ຢີ, ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ໝັ້ນຄົງ​ສິ່ງ​ແວດ​ລ້ອມ, ຂາດ​ຄວາມ​ສະ​ເໝີ​ພາບດ້ານ​ເສດຖະກິດ - ສັງຄົມ.

        ​ແລ​ະກໍ​ໃນ​ວັນ​ດຽວ​ກັນ, ​ໄດ້ດຳ​ເນີນ​ພິທີ​ຮັບຮອງ​ເຮົາ​ຖະ​ແຫຼ​ງການ​ກ່ຽວ​ກັບ​​ການເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຮອບດ້ານ​ພາກ​ພື້ນ (RCEP) ​ເພື​່ອ​ແນ​ໃສ່​ຍູ້​ແຮງ​ບັນດາ​ມານະ​ພະຍາຍາມ​ຂອງ​ຝ່າຍ​ຕ່າງໆ​ໃນ​ການ​ເຈລະຈາ RCEP. ຕອນ​ຄ່ຳ​ວັນ​ທີ 22/11, ທີ່​ສູນ​ກອງ​ປະຊຸມ ກົວ​ລາ​ລຳ​ເປີ ​ໄດ້ດຳ​ເນີນ​ພິທີ​ອັດ​​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ​ແລະ ພິທີ​ມອບ​ຖານະ​ຕຳ​ແໜ່​ງເປັນ​ປະທານ ອາ​ຊຽນ ​ໃຫ້ ລາວ​ ​ໃນ​ປີ 2016. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ແລະ ຄະນະ​ຜູ້​ແທນ ຫວຽດນາມ ກໍ​ອອກ​ຈາກ ກົວ​ລາ​ລຳ​ເປີ ​​ເດີນທາງ​ກັບເມືອ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 27 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ​ຢ່າງ​ຈົບງາມ.

 

 

 

 

ຂ່າວ/ບົດ​ອື່ນ