ກອງປະຊຸມຂອງຄະນະກຳມະການອາຊຽນປະຈຳວໍຊິງຕັນ

ກອງປະຊຸມຂອງຄະນະກຳມະການອາຊຽນປະຈຳວໍຊິງຕັນ - ảnh 1
ກອງປະຊຸມຂອງຄະນະກຳມະການອາຊຽນປະຈຳວໍຊິງຕັນ
(ພາບ: vnmedia.vn)

(vovworld) - ວັນ​ທີ 07/01, ທ່ານ ຟ້າ​ມກວາງ​ວີ​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​ເປັນ​ປະທານກອງ​ປະຊຸມສາມັນຂອງ​ຄະນະ​ກຳມະການ ອາ​ຊຽນ ຢູ່ ວໍ​ຊິງ​ຕັນ (ACW). ນີ້​ແມ່ນ​ກອງປະຊຸມ​ຄັ້ງທຳ​ອິດ​ໃນ​ອາຍຸ​ການ​ປະຕິບັດ​ງານ​ຂອງ ຫວຽດນາມ ​ເປັນ​ປະທານ ACW (ນັບ​ແຕ່​​ເດືອນ 1 – 4/2016). ​ເຂົ້າ​ຮ່ວມ​ກອງປະຊຸມ​ມີ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ​ສະຖານທູດ 10 ປະ​ເທດ​ຂຶ້ນ​ກັບສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN) ປະຈຳ ອາ​ເມ​ລິ​ກາ. ​​ເຂົ້າ​ຮ່ວມກອງ​ປະຊຸມ ​ທາງ​ຝ່າຍ ອາ​ເມ​ລິ​ກາ ມີ​ທ່ານ Daniel Russel ຜູ້​ຊ່ວຍວຽກ​​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ Scot Marciel ຮອງ​ຜູ້​ຊ່ວຍ​ວຽກ​​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຜູ້​ທີ 1, ທ່ານ Colin Willett ຮັກສາການ​ຜູ້​ຊ່ວຍ​ວຽກ​ ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ Dan Kritenbrink ຜູ້ອຳນວຍການ​ຂັ້ນ​ສູງ​ພາກ​ພື້ນ ອາຊີ ຂອງ​ສະພາ​ປ້ອງ​ກັນຄວາມ​ສະຫງົບ​ແຫ່ງ​ຊາດ, ທ່ານ Amy Searight ຮອງ​ຜູ້​ຊ່ວຍ​ວຽກ​​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງກັນ​ປະ​ເທດ. ກອງ​ປະຊຸມ​ເນັ້ນ​ໜັກ​ສະພາວະ​ພິ​ເສດ​ຂອງ​ປີ 2016, ພາຍຫລັງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ, ກໍ່​ຄື​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ ​ແລະ ກ່ອນ​ດຳ​ເນີນກອງ​ປະຊຸມ​ສຸດ​ຍອດ ອາ​ເມ​ລິ​ກາ - ອາ​ຊຽນ ຊຶ່ງ​ຄາດ​ວ່າ ຈະຈັດ​ຕັ້ງ​ໃນ​ເດືອນ 2 ທີ່​ຈະມາ​ເຖິງຢູ່ Sunnylands, ລັດ ກາລີ​ຟໍ​ເນຍ.

ຂ່າວ/ບົດ​ອື່ນ