ກອງປະຊຸມຂອງນາຍົກລັດຖະມົນຕີກັບວິສາຫະກິດຈະໄຂຂຶ້ນໃນໄວໆນີ້

ກອງປະຊຸມຂອງນາຍົກລັດຖະມົນຕີກັບວິສາຫະກິດຈະໄຂຂຶ້ນໃນໄວໆນີ້ - ảnh 1
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນກອງປະຊຸມຂອງລັດຖະບານ

(vovworld) – ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕົກລົງ​ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ກັບ​ວິ​ສາ​ຫະກິດປີ 2016 ​ໃນ​ວັນ​ທີ 29/4/2016 ດ້ວຍ​ຫົວ​ຂໍ້​ວ່າ “ວິ​ສາ​ຫະກິດ ຫວຽດນາມ - ກຳລັງ​ໜູນ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ”. ກອງ​ປະຊຸມ​ຈະ​ຍົກ​ອອກ​ສານ​ຂອງ​ທ່ານ​ນາຍົກລັດຖະມົນ​ຕີ ສ້າງ​ເງື່ອນ​ໄຂ​ອຳ​ນວຍຄວາມ​ສະດວກ​ທີ່​ສຸດ​ເພື່ອ​​ດຳ​ເນີນທຸລະ​ກິດ, ຊຸກຍູ້​ບັນດາ​ວິ​ສາ​ຫະກິດ​ພັດທະນາ​ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ. ​ເນື້ອ​ໃນ​ວາ​ງອອກ​ບັນດາ​ມາດ​ຕະການ​ກໍ່ສ້າງ​ລະບອບລະບຽບ​ການ​​ເພື່ອ​ແນ​ໃສ່​ສ້າງ​ສະພາບ​​ແວດ​ລ້ອມ​ດຳ​​ເນີນ​ທຸລະ​ກິດ​ທີ່ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ, ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ, ຂໍ້​ສະ​ເໜີ​ແນະ​ຂອງ​ວິ​ສາ​ຫະກິດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີບັນດາ​ກະຊວງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ຕ່າງໆ​ຂຶ້ນ​ກັບ​ສູນ​ກາງ​, ລາຍ​ງານ​ສະພາບ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ, ຂໍ້​ສະ​ເໜີ​ແນະ​ຂອງ​ວິ​ສາ​ຫະກິດ, ສະ​ເໜີ​ມາດ​ຕະການ​ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການດຳ​ເນີນ​ທຸລະ​ກິດ​ຢ່າງ​ສະ​ດວກ​ຕາມ​ຂົງ​ເຂດ​ຮັບຜິດຊອບ, ​ໃນ​ບໍລິ​ເວນ, ​ແລ້ວ​ສົ່ງ​ເຖິງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ເພື່ອ​ຮວບ​ຮ່ວມ​ສົ່ງ​ເຖິງ​ຫ້ອງ​ວ່າການ​ລັດຖະບານ.


ຂ່າວ/ບົດ​ອື່ນ