ກອງປະຊຸມຄັ້ງທີ 14 ຄະນະຊີ້ນໍາສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

(VOVWORLD) -ຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ຄະນະຊີ້ນໍາ)  ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 14 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ, ຫົວໜ້າຄະນະຊີ້ນໍາ, ເພື່ອສໍາຫຼວດກວດຄືນ, ຕີລາຄາໝາກຜົນຂອງການປະຕິບັດວຽກງານ ແລະ ວາງອອກໜ້າທີ່ໃຫ້ໄລຍະຈະມາເຖິງ.

ກອງປະຊຸມຄັ້ງທີ 14 ຄະນະຊີ້ນໍາສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1 ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງເປັນປະທານກອງປະຊຸມ

(ພາບ:TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊີ້ແຈ້ງວ່າ ພາຍຫຼັງ 5 ປີ ແຫ່ງການສ້າງຕັ້ງ, ຄະນະຊີ້ນໍາ ໄດ້ມີຄວາມມານະພະຍາຍາມ, ປ່ຽນແປງໃໝ່ຫຼາຍຢ່າງ ທັງດ້ານເນື້ອໃນ ແລະ ຮູບແບບການເຄື່ອນໄຫວ ແລະ ບັນລຸໄດ້ໝາກຜົນລະອຽດຫຼາຍຢ່າງ, ເນື່ອງຈາກນັ້ນ ວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ມີບາດກ້າວເດີນຢ່າງແຮງ, ໂດຍສະເພາະແມ່ນໄລຍະ 02 ປີມໍ່ໆມານີ້. ການສໍ້ລາດບັງຫຼວງໄດ້ຮັບການຄວບຄຸມ, ກໍາຈັດ ແລະ ມີທ່ວງທ່າຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ, ສ້າງສັນຍານຕັ້ງໜ້າແຜ່ຂະຫຍາຍໃນສັງຄົມ.

        ໃນຊຸມເດືອນທ້າຍປີ, ຄະນະຊີ້ນໍາຕ້ອງສຸມໃສ່່ຜັນຂະຫຍາຍປະຕິບັດເອກະສານສະບັບຕ່າງໆ, ຂໍ້ກໍານົດໃໝ່ຂອງພັກ, ລັດ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້        ມີປະສິດທິຜົນ ຊີ້ນໍາຢ່າງຂ້ຽວຂາດ, ສ້າງການຜັນປ່ຽນຢ່າງແຮງກວ່າອີກໃນວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ຂັ້ນທ້ອງຖິ່ນ  ແລະ ຮາກຖານ; ສະກັດກັ້ນສະພາວະຕໍ່ຄວາມຫຍຸ້ງເຫຍືອງຕໍ່ປະຊາຊົນ, ວິສາຫະກິດ. ໄປຄຽງຄູ່ກັນນັ້ນ, ຕ້ອງສຸມໃສ່ຊີ້ນໍາ, ສ້າງ ລະບຽບກົດໝາຍກ່ຽວກັບການຄຸ້ມຄອງເສດຖະກິດ-ສັງຄົມ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ສົມບູນແບບ.

ຕອບກັບ

ຂ່າວ/ບົດ​ອື່ນ